ເກີດ​ແຜ່ນດິນ​ໄຫວ​ຂັ້ນ 6,2 ລິກ​ເຕີ​ຢູ່ເມືອງ​ຮູ​ທູ​ປີ້​ເຂດ​ຊິນ​ຈ່ຽງຈີນ
2016-12-09 11:24:40  cri 
​​ເຄືອ​ຂ່າຍ​ສະຖານີແຜ່ນດິນ​ໄຫວຈີນລາຍ​ງານ​ວ່າ: ​ເວລາ 13 ​ໂມງ 15 ນາທີ​ຂອງ​ວັນ​ທີ 8 ທັນວາ​ນີ້ຢູ່​ໃກ້​ເມືອງ​ຮູ​ທູ​ປີ້​ກິ່ງ​ແ​ຂວງ​ຊ່າງ​ຈີ ​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີ​ຊິນຈ່ຽງ ສປ ຈີນ​ໄດ້​​ເກີດ​ແຜ່ນດິນ​ໄຫວ​ຂັ້ນ 6,2 ລິກ​ເຕີ ​​ເຊິ່ງຈຸດ​ໃຈກາງ​ແຜ່ນດິນ​ໄຫວ​ຕັ້ງ​ຢູ່​ເສັ້ນຂະໜານ​ເໜືອ 43,83 ອົງສາ ​ແລະ​ເສັ້ນ​ແວງ​ຕາ​ເວັນ​ອອກ 86,35 ອົງສາ ​ແລະ​ແຫຼ່ງ​ເກີດ​ແຜ່ນດິນ​ໄຫວ​​ເລິກ​ລົງ​​ໄປໃຕ້​ດິນ 6 ກິ​ໂລ​ແມັດ.ຂະນະເກີດ​ແຜ່ນດິນ​ໄຫວ, ​ຢູ່ເມືອງ​ອູ​ລຸ​ມກີ​ ​ເທສະບານ​ເຂດ​ຊິນ​ຈ່ຽງກໍ​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນຢ່າງຈະ​ແຈ້ງ ​ແລະ​ເມືອງ​ອີ​ລີ,ປ່າ​​ໂຈ່​ວ,ທູ​ລູຟານ​ແລະ​ແຫ່ງ​ອື່ນໆ​ກໍ​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນ​ເຊັ່ນ​ກັນ.

ຂະ​ແໜງ​ການ​ໂຄສະນາ​​ເມືອງ​ຮູ​ທູ​ປີ້​ໃຫ້​ຮູ້​ວ່າ, ຝາ​ອາຄານ​ສຳນັກງານ​ອົງການ​ປົກຄອງ​ເມືອງ​ແຫ່ງ​ໜຶ່ງ​ໃ​ນ​ເຂດ​ລ້ຽງສັດ​ຢູ່ເມືອງ​ຕົນ​​ໄດ້​ແຕກ. ​ແນວ​ໃດ​ກໍ​ດີ, ກໍບໍ່​ໄດ້​ມີ​ການ​ລາຍ​ງານການເສຍ​ຊີວິດ​ແລະ​ບາ​ດ​ເຈັບ​ລວມທັງຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ແຕ່​ປະການ​ໃດ.

ຫຼັງ​ເມືອງ​ຮູ​ທູ​ປີ້​ເກີດ​ແຜ່ນດິນ​ໄຫວ, ກົມ​ແຜ່ນດິນ​ໄຫວ​ຈີນ​ໄດ້ປະຕິບັດ​ແຜນສຸກ​ເສີນ​ຂັ້ນⅢຮັບ​ມື​ແຜ່ນດິນ​ໄຫວ​ແລະ​ຫຼັງຊ່ຽວຊານ​ໄດ້​ຫາລື​ແລ້ວ​ກໍເຫັນ​ວ່າ ​​​ເຂດ​ເກີດ​​ແຜ່ນດິນ​ໄຫວ​ຂອງ​ເມືອງ​ຮູ​ທູ​ປີ້​ຊິນ​ຈ່ຽງຍັງ​ຕ້ອງ​ເອົາ​ໃຈ​​ໃສ່​ປ້ອງ​ກັນ​​ແຮງ​ສັ່ນ​ສະ​ເທືອ​ນທີ່​ຈະຕາມ​ມາ​ຈາກ​ແຜ່ນດິນ​ໄຫວ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ