ການ​ຕັດສິນຂອງ​ສານ​ຈະ​ບໍ່​ສາມາດ​ຍົກ​ເລີກ​ຜົນ​ການລົງປະຊາ​ມະຕິຂອງ​ອັງກິດ​ກ່ຽວ​ກັບ​ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ
2016-12-09 11:34:11  cri 

ສານ​ສູງ​ສຸດ​ອັງກິດ​​ໄດ້​ສຳ​ເລັດ​ການພິຈາລະນາຄະດີກ່ຽວ​ກັບ​ລະບຽບ​ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຂອງ​ປະ​ເທດ​ດັ່ງກ່າວ​​ໃນ​ວັນ​ທີ 8 ທັນວາ​ນີ້ ພາຍຫຼັງດຳ​ເນີນ​ມາ 4 ວັນ, ຂະນະ​ທີ່​​ທ່ານລອດ ນິວ​ເບີ​ເກີ ປະທານ​ສານ​ສູງ​ສຸດ​ອັງກິດ ກ່າວ​ວ່າ: ສານ​ສູງ​ສຸດຈະ​ຕັດສິນ​​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ​ແນວ​ໃດ​ກໍ​ດີ, ຈຸດ​ສຳຄັນ​ໃນ​ຄະດີ​ນີ້​ກໍ​ເພື່ອ​ຮັບປະກັນ​ໃຫ້​ຂັ້ນຕອນ​ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຂອງ​ອັງກິດດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ, ຫາກ​ບໍ່​ແມ່ນ​ຍົກ​ເລີກ​ຜົນ​ການ​ເອົາ​ປະຊາ​ມະຕິ.

​ເດືອນ​ຜ່ານ​ມາ, ສານ​ສູງ​ສຸດ​ອັງກິດ​ໄດ້​ຕັດສິນ​ວ່າ ກ່ອນ​ທີ່​ລັດຖະບານ​ປະ​ເທ​ດຕົນ​ເລີ່​ມປະຕິບັດ​ລະບຽບ​ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຢ່າງ​ເປັນ​ທາງ​ການ​ນັ້ນ ຕ້ອງ​​ຂໍ​ການ​ອະນຸມັດ​ຈາກ​ລັດຖະສະພາ​ກ່ອນ. ​ແຕ່​ລັດຖະບານພັດ​ເຫັນ​ວ່າ, ປະຊາຊົນ​ໄດ້​ມອບ​ສິດ​ໃຫ້​ດຳ​ເນີນ​ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ ​ໂດຍ​ຜ່ານ​ການລົງປະຊາ​ມະຕິ​, ສະນັ້ນ ລັດຖະບານ​ບໍ່​ຈຳ​ເປັນຕ້ອງ​ຜ່ານ​ການ​ມອບ​ສິດ​ຈາກ​ລັດຖະສະພາ​ອີກ. ​ແນວ​ໃດ​ກໍ​ດີ, ລັດຖະບານ​ອັງກິດ​ບໍ່​ຍອມ​ຮັບຜົນ​ຕັດສິນ​ດັ່ງກ່າວ ຈຶ່ງ​ຮ້ອງ​ຟ້ອງ​ຕໍ່​ສານ​ສູງ​ສຸດ ​ແລະ​ຜົນ​ການ​ຕັດສິນ​ກໍ​ຈະ​ຕົກລົງ​ວ່າ ຈະ​ແມ່ນ​ລັດຖະບານ ຫຼື ລັດຖະສະພາ ​ເປັນ​ຜູ້ນຳ​ພາ​ປະ​ເທດ​ຕົນ​​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ ທັງນີ້​ຈະ​ມີ​ຜົນ​ສະທ້ອນ​ໃຫຍ່​ທີ່​ສຸດຕໍ່​ຂັ້ນຕອນ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ