ຈັດພິທີເຊັນສັນຍາປະຕິບັດໂຄງການກໍ່ສ້າງສະຖາບັນຂົງຈືມະຫາວິທະຍາໄລແຫ່ງຊາດລາວ
2016-12-09 17:11:49  cri 

  ສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດລາວຈະ​ໄດ້​ຮັບ​ການ​ກໍ່​ສ້າງ​ທ້າຍ​ປີໜ້າ​ຫຼັງທ່ານ ສົມສີ ຍໍພັນໄຊ ຜູ້ວ່າການ​ແທນອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ Wang Qi Hui ທູດເສດຖະກິດ ສປ ຈີນປະຈໍາ ສປປ ລາວ ຮ່ວມ​ລົງ​ນາມ​ໃນ​ວັນ​ທີ 8 ທັນວາ​ນີ້​ຢູ່​ຕຶກ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ໂດຍ​ມີພາກສ່ວນກ່ຽວຂ້ອງ ແລະ ຄູ-ອາຈານສະຖາບັນຂົງຈື້ເຂົ້າຮ່ວມເປັນສັກຂີພິຍານ.

  ຕຶກອາຄານສະຖາບັນຂົງຈື້ ມຊ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ລັດຖະບານ ສປ ຈີນ​ແລະບໍລິສັດຄົ້ນຄວ້າ ແລະອອກແບບກໍ່ສ້າງນະຄອນຫຼວງປັກກິ່ງ ຈໍາກັດ ຮັບເໝົາກໍ່ສ້າງນັ້ນ ເປັນອາຄານ 3 ຊັ້ນ, ປະກອບມີຫ້ອງຮຽນ, ສະໂມສອນ, ຫ້ອງການ ແລະ ຫໍພັກຄູ-ອາຈານ​ເຊິ່ງໂຄງການດັ່ງກ່າວຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2017 ​ແລະ​ຈະ​ໃຊ້​ເວລາ​ກໍ່ສ້າງກໍ່ສ້າງ 20 ເດືອນ.


  ປັດຈຸບັນ, ສະຖາບັນຂົງຈື້ມີ 508 ແຫ່ງ ແລະ ຫ້ອງຮຽນຂົງຈື້ 1.058 ຫ້ອງ ຢູ່ 139 ປະເທດຂອງ 5 ທະວີບໃນທົ່ວໂລກ.ສໍາລັບຢູ່ ສປປ ລາວ, ສະຖາບັນຂົງຈື້ສ້າງຕັ້ງຂຶ້ນໃນປີ 2004 ​ເຊິ່ງນອກຈາກຈະມີຫຼັກສູດຕໍາລາການຮຽນ-ການສອນແລ້ວຍັງໄດ້ຮຽນຮູ້ວັດທະນະທໍາຈີນ ດ້ວຍບົດເພງ, ບົດຟ້ອນ ແລະ ອື່ນໆໄປພ້ອມໆກັນ ເພື່ອ​ເຮັດໃຫ້ນັກສຶກສາ ແລະປະຊາຊົນລາວໄດ້ຮູ້ເຖິງວັດທະນະທໍາທີ່​ດີງາມຂອງ ຈີນຫຼາຍຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ