​ເດືອນ​ພະຈິກ​ຜ່ານ​ມາ, ຈີນ​ມີຍອດ​ມູນ​ຄ່າ​ການນຳ​ເຂົ້າ-ສົ່ງ​ອອກ​ເຖິງ 2350 ຕື້​ຢວນ
2016-12-09 11:26:45  cri 
  ກົມ​ໃຫຍ່​ດ່ານ​ພາສີ​ຈີນ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 8 ທັນວາ​ນີ້​ວ່າ: ​ເດືອນພະຈິກ​ຜ່ານ​ມາ, ປະ​ເທດ​ຕົນ​ມີຍອດ​ມູນ​ຄ່າ​ການນຳ​ເຂົ້າ-ສົ່ງ​ອອກ​​ເຖິງ 2350 ຕື້​ຢວນ ​ເພີ່ມ​ຂຶ້ນ 8.9% ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ​ໃນ​ນັ້ນ, ການ​ສົ່ງ​ອອກບັນລຸ​ເຖິງ 1320 ຕື້​ຢວນ ​ເພີ່ມ​ຂຶ້ນ 5.9% ​ແລະ​ການນຳ​ເຂົ້າ​ກໍມີ​ເຖິງ 1030 ຕື້​ຢວນ ເພີ່ມ​ຂຶ້ນ 13% ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ແລະຖື​ວ່າ​ເປັນຈັງຫວະ​ເຕີບ​ໂຕ​ສູງ​ທີ່​ສຸດ​ໃນ 2 ປີຜ່ານມາ. ກ່ອນ​ໜ້າ​ນີ້​ທາງ​ການ​ຈີນ​ຄາດ​ວ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ປະ​ເທດ​ຕົນອາດ​ຈະ​ໝັ້ນ​ທ່ຽງ​ແລະດີ​ຂຶ້ນ​ໃນ​ປີ 2016.

  ນອກ​ນີ້, ກົມ​ໃຫຍ່​ດ່ານ​ພາສີ​ຈີນຍັງອ້າງ​ຕາມຂໍ້​ມູນ​ທີ່​ກ່ຽວຂ້ອງ​​​ໂດຍເປີດ​ເຜີຍ​ວ່າ: ຕົ້ນ​ປີໜ້າ, ຄວາມກົດດັນ​ໃນ​ການສົ່ງ​ອອກ​ອາດ​ຈະ​ຫຼຸດ​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ