​ຕຳຫຼວດ​​ຊາຍ​ແດນຈີນ-ຫວຽດນາມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ
2016-12-09 11:29:23  cri 
  ກອງ​ປະຊຸມ​ເທື່ອ​ທຳ​ອິດ​ໃນ​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ຂອງ​ຕຳຫຼວດຊາຍ​ແດນຈີນ- 5ແຂວງຂອງ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໜານ​ນິງ ​ເທສະ​ບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ ສປ ຈີນ​​ໃນ​ວັນ​ທີ 8 ທັນວາ​ນີ້ ​ໂດຍ​ຜູ້ຕາງໜ້າ​ຈາກ​ເຂດ​ກວາງຊີ​ແລະ 5 ແຂວງຂອງ​ຫວຽດນາມ​ໄດ້​ປຶກສາ​ຫາລື​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ເປັນ​ຕົ້ນ​ການປ້ອງກັນ​ຄວາມ​ປອດ​ໄພ​ທາງ​ການ​ເມືອງ, ຕ້ານ​ການກໍ່​ການ​ຮ້າຍ, ຕ້ານ​ຢາ​ເສບ​ຕິດ, ຈັບ​ຜູ້ຄ້າ​ຂາຍເຖື່ອນ​ແລະ​ອື່ນໆ ທັງ​ລົງ​ນາມ​ໃນ​ບົດ​ບັນທຶກກອງ​ປະຊຸມ.

  ທ່ານ ຫູ​ຊາວ ຫົວໜ້າຄະນະ​ຜູ້​ແທນຈີນ, ຫົວ​ໜ້າ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ກວາງຊີ ​ໄດ້ສະ​ເໜີ​ໃຫ້ຕຳຫຼວດ​ສອງ​ປະ​ເທດລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ປະຕິບັດ​ກົດໝາຍ, ປະຕິບັດ​ກົນ​ໄກ​ຮ່ວມ​ມື​ປະຕິບັດ​ກົດໝາຍ "1+5", ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ​ເພີ່ມ​ຂີດຄວາມ​ສາມາດ​ປະຕິບັດ​ກົດໝາຍ​ແລະ​ອື່ນໆ ​ໂດຍ​ສະ​ເພາະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດບຸລິ​ມະ​ສິດ​ເປັນ​ຕົ້ນ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນສັງຄົມ​ແລະ​ອື່ນໆ.

  ຂ່າວ​ແຈ້ງວ່າ, ຈີນ-ຫວຽດນາມ​​​ໄດ້ເປັນ​ເອກະສັນ​ກັນ​​ຍົກ​ລະດັບ​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ຂອງ​ຕຳຫຼວດ​ໃຫ້​ສູງ​ກວ່າ​ເກົ່າ, ທັງ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມມື​ແລະປັບປຸງ​ກົນ​ໄກ​ຮ່ວມ​ມື​ໃຫ້​ດີ​ຂຶ້ນ. ນອກ​ນີ້​ຍັງ​ຈະ​ຈັດ​ກອງ​ປະຊຸມ​ການ​ຮ່ວມມື​ປະຕິບັດກົດໝາຍ​ຂອງ​ຕຳຫຼວດສອງ​ຝ່າຍ​ຢູ່​ຫວຽດນາມ​ໃນ​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ