ເປີດ​​ສູນ​ການ​ຮ່ວມ​ມື​ກົດໝາຍ​ຈີນ-​ອາ​ຊຽນຢູ່ກຳ​ປູ​ເຈຍ
2016-12-09 11:08:58  cri 
    ຕາມ​ຂ່າວສານ​ຈີນ: ພິທີ​ເປີດ​ປ້າຍ​ສູນ​ການ​ຮ່ວມ​ມື​ກົດໝາຍ​ຈີນ-​ອາ​ຊຽນປະຈຳ​ກຳປູ​ເຈຍ ​ແລະ ​ໂຄງການ​ຮ່ວມ​ມື​ຕັດສິນ​ຈີນ-​ກຳປູ​ເຈຍ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງພະນົມ​ເປັນ​ລາຊະ​ອານາຈັກ​ກຳປູ​ເຈຍ​ໃນ​ວັນ​ທີ 8 ທັນວາ​ນີ້.

    ທ່ານ ຊົງ​ໂປ່ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ ກ່າ​ວໃນ​ພິທີ​ດັ່ງກ່າວ​ວ່າ, ການ​ສ້າງຕັ້ງສູນ​ການ​ຮ່ວມ​ມື​ກົດໝາຍ​ຈີນ-​ອາ​ຊຽນປະຈຳ​ກຳປູ​ເຈຍ ​ແລະ ​ດຳ​ເນີນໂຄງການ​ຮ່ວມ​ມື​ຕັດສິນ​ຈີນ-​ກຳປູ​ເຈຍ ກາຍ​​ເປັນ​ສິ່ງ​ນຳ​ໜ້າ​ໃນການ​ຮ່ວມ​ມື​ ​ການ​ຕັດສິນ​ສາກົນ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ, ຂະນະ​ດຽວ​ກັນ ກໍ​ຈະ​ເຮັດ​ໃຫ້​ກຳປູ​ເຈຍ​ກາຍ​ເປັນ​​ແຖວ​ໜ້າຂອງການ​ຮ່ວມ​ມື​ການ​ບໍລິການ​ກົດໝາຍ "ໜຶ່ງ​ແລວ​ທາ​ງໜຶ່ງ​ເສັ້ນທາງ" ​ເຊິ່ງຈະ​ຮັບປະກັນ​​ໃຫ້​ແກ່​ການ​ບໍລິການ​ກົດໝາຍ​ຢ່າງ​ແຂງ​ແຮງ​ໃນ​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ລະຫວ່າງ​ສອງ​ປະ​ເທດ.

    ທ່ານ ສື່​ເວີນ ປະທານ​ບໍລິຫານ​ສູນ​ການ​ຮ່ວມ​ມື​ກົດໝາຍ​ຈີນ-​ອາ​ຊຽນກ່າວ​ວ່າ, ການ​ເປີດສູນ​ການ​ຮ່ວມ​ມື​ກົດໝາຍ​ຈີນ-​ອາ​ຊຽນປະຈຳ​ກຳປູ​ເຈຍ ​ແລະ ​ໂຄງການ​ຮ່ວມ​ມື​ຕັດສິນ​ຈີນ-​ກຳປູ​ເຈຍ ຈະ​ກາຍ​ເປັນແບບຢ່າງ​ທີ່​ມີ​ອິດ​ທິພົນ​ຢ່າງ​ກວ້າງຂວາງ​​ໃນອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ