ລັດຖະສະພາ ສ.​ເກົາຫຼີ ຜ່ານ​ຮ່າງ​ຍັດ​ຕິຖອດ​ຖອນ​ປະທານາທິບໍດີ​ອອກ​ຈາກ​ຕຳ​ແໜ່​ງ
2016-12-10 16:10:38  cri 

ລັດຖະສະພາ ສ.​ເກົາຫຼີ ​ໄດ້​ຮັບຮອງຍັດ​ຕິຖອດ​ຖອນ​ປະທານາທິບໍດີ ປັກ​ກຸນ​ເຮ ອອກຈາກ​ຕຳ​ແໜ່​ງ ດ້ວຍ 234 ສຽງ​ເຫັນ​ດີ ​ແລະ 56 ສຽງ​ຄັດຄ້ານ ​ໃນ​ຕອນ​ບ່າຍ​ວັນ​ທີ 9 ທັນວາ​ນີ້.

ທັງ​ນີ້, ສື່​ມວນ​ຊົນ ສ.​ເກົາຫຼີ ລາຍ​ງານ​ວ່າ, ​ໃນ​ຮ່າງ​ຍັດຕິ​ດັ່ງກ່າວ ​ໄດ້​ກ່າວ​ເຖິງຫຼາຍຂໍ້ຄວາມ ​ເຊັ່ນ ນາງ​ຊອຍ​ຊຸນ​ຊິວ ຄົນ​ໃກ້ຊິດ​ຂອງ​ທ່ານ​ນາງ​ປັກ​ກຸນ​ເຮ​​ເຂົ້າແຊກ​ແຊຽງວຽກ​ງານ​ການ​ບໍລິຫານ​ປະ​ເທດ, ​ການ​ປະພຶດ​ຂອງ​ລັດຖະບານ​ໃນ​ການ​ຮັບ​ມື​ກັບ​ເຫດການ​ເຮືອ "​ເຊ​ວອນ" ຫຼົ້ມ ​ແລະ ນາງ​ຊອຍ​ຊຸນ​ຊິວ ຖືກ​ສົງ​ໄສ​ບັງຄັບ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ບໍລິຈາກ​ເງິນ​ໃຫ້​ແກ່​ມູນ​ນິທິ​ທີ່​ຕົນ​ເອງ​ຄວບ​ຄຸມ ທັງ​ກ່າວ​ຫາ​ທ່ານ​ນາງ​ປັກ​ກຸນ​ເຮ​ ປະພຶດ​ທີ່​ລະ​ເມີດ​ລັດຖະທຳ​ມະນູນ​ແລະ​ກົດໝາຍ​ໃນ​​ໄລຍະ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ.

ຕາມ​ລະບຽບ​ການ, ຫຼັງລັດຖະສະພາ​ຮັບ​ຮອງ​ຮ່າງ​ຍັດຕິ​ຖອດ​ຖອນ​ປະທານາທິບໍດີ​ແລ້ວ ກໍ​ຈະ​ຍື່ນ​ໃຫ້​ສານ​ລັດຖະທຳ​ມະນູນ​ພິຈາລະນາ ​ແລະ ​​ໃນໄລຍະ​ພິຈາລະນາ​ນີ້​ຈະ​ໃຊ້​ເວລາ​ດົນ​​ສຸດ​ເຖິງ 6 ​ເດືອນ. ຂະນະ​ທີ່​ທ່ານ​ນາງ​ປັກ​ກຸນ​ເຮ ຈະ​ຖືກງົດ​ໃຊ້​​ອຳນາດ​ປະທານາທິບໍດີ ​ແລະ​ໃຫ້​ນາຍົກລັດຖະມົນຕີ​ໃຊ້​ອຳນາດ​ແທນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ