ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ​ຢ້ຽມຢາມ​ໂຮງງານ​ຜະລິດ​ຢາງ​ນ້ຳ​ທາ​ຂອງ​ບໍລິສັດ​ລົງທຶນ​ຢຸນຊ້ຽງ
2016-12-10 16:39:16  cri 

ທ່ານ​ແສງ​ນວນ ​ໄຊ​ຍະ​ລາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ເດີນທາງ​ຢ້ຽມຢາມ​ໂຮງງານ​ຜະລິດ​ຢາງ​ນ້ຳ​ທາ​ຂອງ​ບໍລິສັດ​ລົງທຶນ​ຢຸນຊ້ຽງຈຳກັດ​ທີ່​ຂຶ້ນກັບ​ກຸ່ມ​ບໍລິສັດ​ບຸກ​ເບີກ​ກະສິກຳ​ແຂວງ​ຢຸນນານ ສປ ຈີນ ​​​ໂດຍ​ມີ​ທ່ານ​ໄຊ​ພອນ ຄຸນ​ສີ​ລິ​ເຮືອງ ຮອງ​ເລຂາ​ພັກ​ແຂວງຫຼວງນ້ຳ​ທາ ​ແລະພາກສ່ວນ​ກ່ຽວຂ້ອງ​ຮ່ວມ​ເດີນທາງ ​ໃນ​ວັນ​ທີ 8 ທັນວາ​ນີ້.

ທ່ານ ນາງ ​ເສີນ​ສຸ້ຍ​ຢິ່ງ ຜູ້ອຳນວຍການ​ໃຫຍ່ບໍລິສັດ​ລົງທຶນ​ຢຸນຊ້ຽງຈຳກັດ ​ໄດ້​ແຈ້ງ​ສະພາບ​ຕ່າງໆ​ຂອງ​ບໍລິສັດ​ຕົນໃຫ້​ທ່ານ​ແສງ​ນວນ ​ໄຊ​ຍະ​ລາດ ​ຊາບ ​ເປັນຕົ້ນ ສະພາບ​ການ​ລົງທຶນ​ຢູ່​ລາວຂອງ​ກຸ່ມ​ບໍລິສັດ​ບຸກ​ເບີກ​ກະສິກຳ​ຢຸນນານ, ໝາກຜົນ​ທີ່​ໄດ້​ຮັບ​ໃນ​ໂຄງການປູກພືດ​ທົດ​ແທນ​ຝິ່ນ ທັງ​ໄດ້ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ສັງຄົມ, ​ແຜນ​ຍຸດ​ທະ​ສາດ​ຂອງ​ກຸ່ມ​ບໍລິສັດ​ຕົນພ້ອມ​ຄວາມ​ຄືບ​ໜ້າ​ໃນ​ປັດຈຸບັນ ລວມທັງ​ການສຸມ​ໃສ່​​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ໂຮງງານ​ຜະ​ລິດ​ຢາງ.

ທ່ານ​ແສງ​ນວນ ​ໄຊ​ຍະ​ລາດ ​ໄດ້​ຕາງໜ້າ​ລັດຖະບານ ​ແລະ ປະຊາຊົນ​ລາວ​ຂອບ​ໃຈ​ ບໍລິສັດ​ລົງທຶນ​ຢຸນຊ້ຽງຈຳກັດ​ທີ່​ໄດ້​ປະກອບສ່ວນ​ສຳຄັນ​ແລະຕໍ່​ເນື່ອງເພື່ອພັດທະນາ​ເສດຖະກິດ-ສັງຄົມ​ລາວ ທັງ​ເນັ້ນວ່າ: ​ມາດ​ຕະການ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ ໂຄງການສາທາລະນະ​ປະ​ໂຫຍ​ດ​ໃນ​ສັງຄົມ​ຂອງ​ບໍລິສັດ ​ໄດ້​ດຳ​ເນີນ​ເປັນ​ຢ່າງ​ດີ, ພວກ​ຂ້າພະ​ເຈົ້າຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ຮັບຜິດຊອບ​ຄື​ແບບນີ້ມາ​ລົງທຶນ​ຢູ່​ປະ​ເທດ​ຕົນ ​ແລະ ຫວັງ​ວ່າ​ບໍລິສັດ​ລົງທຶນ​ຢຸນຊ້ຽງຈະ​ນຳ​ໃຊ້​ທ່າ​ແຮງ​ຂອງ​ກຸ່ມ​ບໍລິສັດ​ບຸກ​ເບີກ​ກະສິກຳ​ຢຸນນານ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ກະຊວງ​ກະສິກຳ​ແລະ​ປ່າ​ໄມ້​ລາວ ​ເພື່ອ​ພັດທະນາ​ອຸດສາຫະກຳ​ຢາງພາລາ​ຢູ່​ປະ​ເທດ​ລາວ​ໃຫ້​ດີ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ