ຈີນ​​ເດັດດ່ຽວຄັດຄ້ານ​ອາ​ເມ​ລິ​ກາໄປມາຫາສູ່​ກັນຢ່າງ​ເປັນ​​ທາງການກໍ​ຄື​ພົວພັນ​ທາງ​ທະຫານ​ໃນ​ທຸກໆ​ຮູບ​ແບບກັບ​ໄຕ້​ຫວັນ
2016-12-10 15:48:51  cri 
  ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ໃນ​ວັນ​ທີ 9 ທັນວາ​ນີ້, ມີ​ນັກ​ຂ່າວ​ຖາມທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ວ່າ: ລັດຖະສະພາ​ອາ​ເມ​ລິ​ກາ​ໄດ້​ຮັບຮອງ "ກົດໝາຍ​ວ່າ​ດ້ວຍ​ການ​ມອບ​ສິດ​ປ້ອງ​ກັນ​ປະ​ເທດ​ປີ 2017" ​ໃນ​ວັນ​ທີ 8 ທັນວາ​ນີ້ ​ໂດຍ​ໄດ້​ລະບຸ​ການ​ຊຸກຍູ້​ການ​ແລກປ່ຽນ​ທາງ​ທະຫານ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ອາ​ເມ​ລິ​ກາ-​ໄຕ້​ຫວັນ​ເປັນ​ເທື່ອ​ທຳ​ອິດ. ​ເລື່ອງ​ນີ້​ຈີນ​ມີ​ທ່າ​ທີ​ແນວ​ໃດ?"

  ທ່ານ ລູ້​ຄ່າງ​ກ່າວ​ວ່າ ຈີນ​ເດັດດ່ຽວ​ຄັດຄ້ານ​ອາ​ເມ​ລິ​ກາ-​ໄຕ້​ຫວັນ​ທີ່ໄປມາຫາສູ່​ກັນຢ່າງ​ເປັນ​ທາງ​ການ​ກໍ​ຄື​ການ​ພົວພັນ​ທາງ​ທະຫານ​ໃນ​ທຸກໆ​ຮູບ​ແບບ ທັງ​ຄັດຄ້ານ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ແກ່​ໄຕ້​ຫວັນ ​ເຊິ່ງຈຸດ​ຢືນ​ດັ່ງກ່າວມີ​ຄວາມ​ກະຈ່າງ​ແຈ້ງ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​​ໂດຍປະຊາ​ຄົມ​ໂລກ​ກໍ​​ຮູ້ດີ​ກ່ຽວ​ກັບ​ຈຸດ​ຢືນນີ້. ນັບ​ແຕ່​ລັດຖະສະພາ​ອາ​ເມ​ລິ​ກາສະ​ເໜີ​ຍັດຕິ​ດັ່ງກ່າວ​ໃນ​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ຈີນ​ກໍໄດ້ຄັດຄ້ານ​ເນື້ອ​ໃນ​ທາງ​ລົບທີ່​​ແນ​ໃສ່​ຈີນ​ໃນ​ຍັດຕິ​ຕໍ່​ອາ​ເມ​ລິ​ກາ​​ຫຼາຍ​ເທື່ອ. ຂ້າພະ​ເຈົ້າ​ຂໍ​ຢ້ຳອີກ​ເທື່ອ​ໜຶ່ງວ່າ, ຈີນ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ປະຕິບັດ​ຕາມ​ນະ​ໂຍບາຍ "ປະ​ເທດ​ຈີນ​ດຽວ", ຫຼັກການ​ໃນຖະ​ແຫຼ​ງການ​ຮ່ວມລະຫວ່າງ​ສອງ​ປະ​ເທດ 3 ສະບັບ​ກໍ​ຄື​ສັນ​ຍາ​ທີ່​ກ່ຽວຂ້ອງ, ​ແກ້​ໄຂ​ບັນຫາ​ໄຕ້​ຫວັນດ້ວຍ​ຄວາ​ມລະມັດລະວັງ, ຢ່າ​ໝູນ​ກົງ​ລໍ້ປະຫວັດສາດຖອຍ​ຄືນ​ຫຼັງ​ແລະ​ຈົ່ງ​ຫຼີກ​ເວັ້ນບໍ່​ໃຫ້ສົ່ງ​ຜົນ​ກະທົບ​ຕໍ່ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ