​​ເປີດ​ນຳ​ໃຊ້​ເວັບ​ໄຊ​ການ​ຄ້າ​​ເອ​ເລັກ​ໂຕຣນິກ​ຂ້າມ​ຊາດຈີນ-ອາ​ຊຽນຢ່າງ​ເປັນ​ທາງ​ການ
2016-12-10 16:39:18  cri 
  ເວັບ​ໄຊ​ການ​ຄ້າ​​ເອ​ເລັກ​ໂຕຣນິກ​ຂ້າມ​ຊາດຈີນ-ອາ​ຊຽນຂອງ​ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ຈີນ​ແລະ​ສະມາຄົມ​ອຸດສາຫະກຳ-ການ​ຄ້າ​ຂອງປະ​ເທດ​ຕ່າງໆໃນ​ອາ​ຊຽນ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ໃນ​ວັນ​ທີ 9 ທັນວາ​ນີ້.

  ທ່ານ ຈ່ຽງ​ເຈິ່​ງ​ເຫວີຍ ປະທານ​ສະມາຄົມ​ສົ່ງ​ເສີມ​ການ​ຄ້າ​ຈີນ​ກ່າວ​ໃນ​ພິທີ​ເປີດວ່າ, ປີ 2015, ຈີນ​ບັນລຸ​ມູນ​ຄ່າ​ການສົ່ງ​ອອກ 80 ຕື້​ໂດ​ລາ​ສະຫະລັດສູ່​ອາ​ຊຽນຈາກການ​ຄ້າ​​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ໂດ​ບປັດຈຸບັນ, ຈີນ​ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ​ກວ່າ 700 ລ້ານ​ຄົນ, ​ໃນ​ນັ້ນມີ​ຜູ້​ຊື້​ສິນຄ້າ​ຜ່ານທາງ​ອິນ​ເຕີ​ເນັດ​​ກວ່າ 400 ລ້ານ​ຄົນ. ນັບ​ວ່າ​ເປັນຕະຫຼາດ​ການ​ຄ້າ​​ເອ​ເລັກ​ໂຕຣນິກທີ່​ມີ​ຍອດ​ມູນ​ຄ່າ​ປະມານ 3000 ຕື້​ໂດ​ລາ​ສະຫະລັດ​ແລະ​ເຕີບ​ໂຕ​ດ້ວຍ​ຈັງຫວະ​ສູງ. ຂະນະ​ທີ່​ອາ​ຊຽນ​ໃນ​ຖານະ​ເປັນ​ພາກ​ພື້ນ​ທີ່​ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ຂອງ​ໂລກກໍມີ​ຜູ້​ໃຊ້​ອິນ​ເຕີ​ເນັດກວ່າ 260 ລ້ານຄົນ. ​ແນວ​ໃດ​ກໍ​ດີ, ຜູ້​ບໍລິ​ໂພ​ກທາງ​ອິນ​ເຕີ​ເນັດ​ເປັນຈຳນວນ​​ຫຼາຍ​ໄດ້​ສ້າງ​ໂອກາດ​ການ​ຄ້າ​ໃຫ້​ແກ່​ວິ​ສາ​ຫະກິດ​ຈີນ-ປະ​ເທດຕ່າງໆ​ໃນ​ອາ​ຊຽນ​ນັບ​ມື້​ຫຼາຍກວ່າ​ເກົ່າ, ສ່ວນ​​ການ​ຄ້າ​​ເອ​ເລັກ​ໂຕຣນິກ​ຂ້າມ​ຊາດກໍ​ໄດ້​ກາຍ​ເປັນ​ທ່າແຮງ​​ໃໝ່​ໃນ​ການຊຸກຍູ້​ການ​ຄ້າ​ສອງ​ຝ່າຍ.

  ຂ່າວ​ແຈ້ງວ່າ, ​​ໃນ​ເບື້ອງ​ຕົ້ນ, ເວັບ​ໄຊດັ່ງກ່າວ​ເນັ້ນ​ນຳ​ເຂົ້າ​ສິນຄ້າ​ແລະ​ປັດຈຸບັນ​​ໄດ້​ເປີດ​ຮ້ານ​ມາ​ເລ​ເຊຍ​ທາງ​ອິນ​ເຕີ​ເນັດ​​ແລະ​ມີ​ນັກທຸລະກິດ​ຈາກ 7 ປະ​ເທດ​ເປັນ​ຕົ້ນ​ຫວຽດນາມ, ສິງກະ​ໂປ, ​ໄທ, ອິນ​ໂດ​ເນ​ເຊຍ​ແລະ​ອື່ນໆນຳ​ເອົາ​ສິນຄ້າ​ຂອງ​ປະ​ເທດຕ່າງໆ​ໃນ​ອາ​ຊຽນ​ມາຂາຍທາງ​ອິນ​ເຕິ​ເນັດເປັນ​ຕົ້ນ​ໝາກ​ໄມ້, ອາຫານ, ​ອາຫານ​ເສີມ​ສະ​ຂະ​ພາບ, ​ເຄື່ອງ​ໃຊ້​ປະຈຳ​ວັນ, ​ເຄື່ອງ​ສຳອາງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ