ພິທີ​ມອບ​ລາງວັນ​​ໂນ​ເບ​ວປີ2016ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ສະ​ໂຕກ​ໂຄມ​ປະ​ເທດ​ຊູ​ແອັດ
2016-12-11 14:04:44  cri 
ວັນ​ທີ10ທັນວາ​ນີ້,​ພິທີ​ມອບ​ລາງວັນ​ໂນ​ເບ​ວສາຂາ​ຟິຊິກ​ສາດ, ​ເຄມີ​ສາດ, ການ​ແ​ພດ,ວັນນະຄະດີ​ແລະ​ເສດຖະສາດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ສະ​ໂຕກ​ໂຄມ​ປະ​ເທດ​ຊູ​ແອັ​ດ.


ຫຼັງ​ຈາກ​ຜູ້ຕາງໜ້າ​ຄະນະ​ກຳມະການ​ປະ​ກວດ​ລາງວັນ​ໂນ​ເບ​ວທຸກ​ສາຂາ​ຕ່າງ​ໄດ້​ແນະນຳ​ຜົນງານ​ຂອງ​ຜູ້​ຮັບ​ລາງວັນ​ແລ້ວ.​ສົມ​ເດັດຄາລ໌ 16 ກຸສຕັຟ, ​ເຈົ້າ​ຊີວິດ​ຊູ​​ແອັດ​ໄດ້​ມອບ​ໃບ​ຢັ້ງຢືນ,ຫຼຽນ​ລາງວັນ​ແລະ​ເງິ​ນລາງວັນ​ໂນ​ເບ​ວ​ໃຫ້​ແກ່​ຜູ້​ໄດ້​ລາງ​ວັນ​ທຸກ​ທ່ານ. ປີ​ນີ້​ເງິນ​ລາງວັນ​ໂນ​ເບ​ວທຸກ​ສາຂາ​ແມ່ນ8ລ້ານ​ໂຄຼນາ​ຊູ​ແອັດ(ປະມານ8​ແສນ8ໝື່ນ​ໂດ​ລາ).

ວັນ​ທີ10ທັນວາ​ແມ່ນ​ວັນ​ລ​ະ​ນຶກ​ການ​​ເຖິງ​ແກ່​ກຳ​ຂອງ​ທ່ານອັນ​​ເຟຼັດ ​ໂນ​ເບວ,ພິທີ​ມອບ​ລາງວັນ​ໂນ​ເບ​ວທຸກ​ປີ​ລ້ວນ​ແຕ່​ໄດ້​ຈັດຂຶ້ນ​ໃນ​ມື້​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ