ປະຊາຊົນ​ສ.​ເກົາຫຼີ​ຈັດ​ງານ​ຊຸມນຸມ​ທວງ​ໃຫ້​ທ່ານ​ນາງ​ປັກ​ກຸນ​ເຮອອກ​ຈາກ​ຕຳ​ແໜ່​ງ​ໃນ​ທັນທີ
2016-12-11 14:12:43  cri 
ວັນ​ທີ10ທັນວາ​ນີ້, ປະຊາຊົນ​ສ.​ເກົາຫຼີ​ໄດ້​ຈັດ​ງານ​ຊຸມນຸມ​ວັນ​ສຸດ​ສັບປະດາ​ເປັນ​ຄັ້ງ​ທຳ​ອິດ​ຫຼັງ​ລັດຖະສະພາ​ຮັບ​ຮອງ​ຍັດຕິກ່າວ​ໂທດປະທານາທິບໍດີ​, ​ໂດຍ​ທວງ​ໃຫ້​ທ່ານ​ນາງ​ປັກ​ກຸນ​ເຮ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ທັນທີ.

​ໃນ​ວັນດັ່ງກ່າວ,1500ກວ່າ​ຄະນະ​ຈັດ​ຕັ້ງ​ປະຊາຊົນ​ຂອງ​ສ.​ເກົາຫຼີ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງ,ການ​ປະກອບ​ຄຳ​ເຫັນ​ໂດຍ​ເສລີ​ແລະ​ງານ​ຊຸມນຸມ​ແສງ​ທຽນ​ຢູ່​ເຂດ​ໃກ້​ສະໜາມ​ຫຼວງ​ຄວາ​ງຮວາ​ມຸນ. ຜູ້​ຈັດ​ຕັ້ງ​ກ່າວ​ວ່າ​ມີ8​ແສນ​ກວ່າ​ຄົນ​ເຂົ້າ​ຮ່ວມ, ​ແຕ່​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ເຫັນ​ວ່າ​ໃນຄວາມ​ເປັນ​ຈິງ​ມີ​ຈຳນວນ​ປະມານ1​ແສນ2ໝື່ນ​ກວ່າ​ຄົນ​ເຂົ້າ​ຮ່ວມ. ມື້​ດຽວ​ກັນ, ຢູ່​ຫຼາຍ​ບ່ອນ​ຂອງ​ສ.​ເກົາຫຼີ​ກໍ່​ໄດ້​ຈັດການ​ປະ​ທ້ວງ​ຫຼາຍ​ຮູບ​ການ​ເຊັ່ນ​ກັນ.

ວັນ​ທີ9ທັນວາ​ນີ້,​ລັດຖະສະພາ​ສ.​ເກົາຫຼີ​ໄດ້​ຮັບຮອງ​ຮ່າງ​ຍັດຕິ​ກ່າວ​ໂທດປະທານາທິບໍດີ​ປັກ​ກຸນ​ເຮ.​ ທ່ານ​ນາງ​ປັກ​ກຸນ​ເຮ​ຖືກ​ງົດ​ໃຊ້​ອຳນາດ​ປະທານາທິບໍດີ​ໂດຍ​ຊົ່ວຄາວ​ໃນ​ມື້​ດຽວ​ກັນ,​​ແລະ​ລໍຖ້າ​ການ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ. ສານ​ລັດຖະທຳ​ມະນູນ​ຕ້ອງຕັດສິນ​ສຸດ​ທ້າຍ​ພາຍ​ໃນ​ເວລາ180ວັນ. ຖ້າ​ສານ​ລັດຖະທຳ​ມະນູນ​ຕັດສິນ​ວ່າການ​ກ່າວ​ໂທດ​ມີ​ເຫດ​ຜົນ​ຢ່າງ​​ເຕັມ​ສ່ວນ,​ທ່ານ​ນາງ​ປັກ​ກຸນ​ເຮ​ຈະ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ທັນທີ, ສ.​ເກົາຫຼີ​ຈະ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍດີ​ພາຍ​ໃນ​ເວລາ60ວັນ.​​​ກົ​ງກັນ​ຂ້າມ,​ທ່ານ​ນາງ​ປັກ​ກຸນ​ເຮ​ຈະ​ຟື້ນ​ຟູ​ອຳນາດ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ