ອາ​ເມ​ລິ​ກາ, ຝຣັ່ງ​ແລະ​ເຢຍລະ​ມັນ​ທວງ​ໃຫ້​ລັດຖະບານ​ຊີ​ຣີຢຸດຕິ​ການ​ໂຈມ​ຕີ​ເມືອງ​ອາ​ເລັບ​ໂປ
2016-12-11 14:16:44  cri 
ວັນ​ທີ10ທັນວາ​ນີ້,​​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປາຣີປະ​ເທດ​ຝຣັ່ງ, ທ່ານ​ຈອນ ​ເຄຣີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ,​ທ່ານ​ຢັນ ມັກ ​ໄອ​ໂຣດ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ, ​ແລະ​ທ່ານ​ແຟຼັນຄ໌ ສະ​ເຕອິນ​ເມຍ,ລັດຖະມົນຕີ​ການ​ຕ່າງປະ​ເທ​ດ​ເຢຍລະ​ມັນ​ກ່າວ​ວ່າ, ລັດຖະບານ​ຊີຣີຄວນ​ຢຸດຕິ​ການ​ໂຈມ​ຕີ​ເມືອງ​ອາ​ເລັບ​ໂປ​ທີ່​ເປັນ​ເມືອງ​ສຳຄັນ​ຢູ່​ພາກ​ເໜືອ​ຊີຣີ, ​ແລະ​ດຳ​ເນີນ​ການ​ເຈລະຈາ​ກັບ​ຝ່າຍ​ຄ້ານ​ຂອງ​ຊີຣີຄືນ​ໃໝ່.

​​ແຕ່​ທ້າຍ​ເດືອນ​ພະຈິກ​ປີ​ນີ້​ເປັນ​ຕົ້ນ​ມາ,​ກອງທະຫານ​ລັດຖະບານ​ຊີຣີ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ໂຈມ​ຕີ​ດ້ານ​ການ​ທະຫານ​ຕໍ່​ພວກ​ປະກອບ​ອາວຸດຕໍ່​ຕ້ານ​ລັດຖະບານ​ຊີຣີຢູ່​ອາ​ເລັບ​ໂປ. ນັບ​ມາ​ຮອດ​ວັນ​ທີ9ທັນວາ​ນີ້,​ກອງ​ທະຫານ​ລັດຖະບານ​ຊີຣີ​ໄດ້ຍຶດ​ເອົາ​ຄືນ​ຂອບ​ເຂດ80%ທີ່​ຄວບ​ຄຸມ​ໂດຍ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ.

​ໃນ​ໄລຍະ​ໂຈມ​ຕີ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ​ອາ​ເລັບ​ໂປ, ກອງ​ທະຫານລັດຖະບານ​ຊີຣີ​ໄດ້​ທວງ​ຫຼາຍ​ເທື່ອ​ໃຫ້​ພວກ​ປະກອບ​ອາວຸດຕໍ່​ຕ້ານ​ລັດຖະບານ​ຍອມ​ຈຳນົນ​ຫຼື​ຖອນ​ອອກ​ຈາກ​ເຂດ​ດັ່ງກ່າວ, ​ແລະຮຽກ​ຮ້ອງ​ໃຫ້​ສາມັນ​ຊົນ​ຖອນ​ອອກ​ຈາກ​ເຂດ​ດັງກ່າວ, ​ແລະ​ສັນຍາ​ວ່າ​ຈະ​ສະໜອງ​ທາງ​ຜ່ານ​ທີ່​ປອດ​ໄພ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ.

​ໃນ​​ໄລຍະມໍ່ໆ​ມາ​ນີ້,​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ສະໜັບສະໜູນ​ກອງ​ປະກອບ​ອາວຸດຕໍ່​ຕ້ານ​ລັດຖະບານ​ຊີຣີໄດ້​ໃຊ້"ມະນຸດສະທຳ"​ເປັນ​ຂໍ້​ອ້າງ​ເລື້ອຍໆ​ເພື່ອ​ກົດ​ດັນໃຫ້​ລັດຖະບານ​ຊີຣີຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ. ນັກວິ​ເຄາະ​ເຫັນ​ວ່າ, ການ​ກະທຳ​ດັ່ງກ່າວ​ມີ​ຈຸດປະສົງ​​ເພື່ອ​ຊ່ວຍ​ເຫຼືອ​ຝ່າຍ​ຄ້ານ​ຂອງ​ຊີຣີ​ຟື້ນ​ຟູ​ກຳລັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ