ວັນທີ10ທັນວານີ້,ພິທີມອບລາງວັນໂນເບວສາຂາຟິຊິກສາດ, ເຄມີສາດ, ການແພດ,ວັນນະຄະດີແລະເສດຖະສາດໄດ້ຈັດຂຶ້ນຢູ່ນະຄອນຫຼວງສະໂຕກໂຄມປະເທດຊູແອັດ.
ຫຼັງຈາກຜູ້ຕາງໜ້າຄະນະກຳມະການປະກວດລາງວັນໂນເບວທຸກສາຂາຕ່າງໄດ້ແນະນຳຜົນງານຂອງຜູ້ຮັບລາງວັນແລ້ວ.ສົມເດັດຄາລ໌ 16 ກຸສຕັຟ, ເຈົ້າຊີວິດຊູແອັດໄດ້ມອບໃບຢັ້ງຢືນ,ຫຼຽນລາງວັນແລະເງິນລາງວັນໂນເບວໃຫ້ແກ່ຜູ້ໄດ້ລາງວັນທຸກທ່ານ. ປີນີ້ເງິນລາງວັນໂນເບວທຸກສາຂາແມ່ນ8ລ້ານໂຄຼນາຊູແອັດ(ປະມານ8ແສນ8ໝື່ນໂດລາ).
ວັນທີ10ທັນວາແມ່ນວັນລະນຶກການເຖິງແກ່ກຳຂອງທ່ານອັນເຟຼັດ ໂນເບວ,ພິທີມອບລາງວັນໂນເບວທຸກປີລ້ວນແຕ່ໄດ້ຈັດຂຶ້ນໃນມື້ນັ້ນ.