​ຈັດ​ກິດຈະກຳ "ສາຍຮູບ​ເງົາ​ດີ​ເດັ່ນ​ຂອງຈີນ​ແລະ​ກຳປູ​ເຈຍ"ຢ່າງ​ເປັນ​ທາງ​ການ
2016-12-11 17:20:19  cri 


ວັນ​ທີ11ທັນວາ​ນີ້,​ກິດຈະກຳ"ສາຍຮູບ​ເງົາ​ດີ​ເດັ່ນ​ຂອງຈີນ​ແລະ​ກຳປູ​ເຈຍ"ທີ່​ ​ສະຖານທູດ​ຈີນ​ປະຈຳ​ກຳປູ​ເຈຍ,​ສະຖານີ​ວິທະຍຸ​ມິດຕະພາບ​ຈີນ​ກຳປູ​ເຈຍ,ກະຊວງສິລະ​ປະວັດ​ທະນະ​ທຳ​ກຳປູ​ເຈຍ​ແລະ​ສະຫະພັນ​ຊາວ​ໜຸ່ມ​ກຳປູ​ເຈຍ​ເປັນ​ເຈົ້າພາບ​ຮ່ວມ​ນັ້ນ​ໄດ້​ຈັດຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ. ທ່ານຊົງ​ໂປ່ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ, ທ່ານຂຽວ ກັນ​ນະ​ລິດ,ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ​ກຳປູ​ເຈຍ,​ທ່ານ​ອານ​ຊຽວອີ,​ຫົວໜ້າ​ສູນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ແລະ​ແຂກ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​​.


ທ່ານຊົງ​ໂປ່​ກ່າວ​ວ່າ,​ຈີນ​ແລະ​ກຳປູ​ເຈຍ​ເປັນ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ​ໃນ​ເດືອນ​ຕຸລາ​ປີ​ນີ້, ທ່ານ​ປະທານ​ສີ​ຈິ້ນ​ຜີ​ງໄດ້​ຢ້ຽມຢາມ​ກຳປູ​ເຈຍ​ທາງ​ລັດຖະກິດ, ​ແລະ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ,​ຊຸກຍູ້​ສາຍສຳພັນ​ຖະ​ໄມຕີ​ອັນ​ເປັນ​ມູນ​ເຊື້ອ​ແລະ​ສາຍ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ.​ກິດຈະກຳຄັ້ງ​ນີ້​ກໍ​ເປັນຊ່ອງ​ທາງ​ໃໝ່​ທີ່​​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ພາຍ​ໃຕ້​ເບື້ອງ​ຫຼັງ​ດັ່ງກ່າວ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ