ອາ​ເມ​ລິ​ກາ​ປະກາດ​ວ່າ​ຈະ​ເພີ່ມສົ່ງ​​ທະຫານ 200 ຄົນ​ໄປ​ຊີຣີ​ເພື່ອ​ຕໍ່ຕ້ານ​ກຸ່ມ IS
2016-12-11 15:19:59  cri 
​ວັນ​ທີ 10 ທັນວານີ້, ທ່ານ​ອັສ​ເຕີນ ​ເບຼດວິນ ຄາ​ເຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິກາ​ໄດ້ປະກາດ​ຢູ່​ນະຄອນຫຼວງ​​ໄມ​ນາ​ໄມ​ຂອງ​ບາ​​ແຣນວ່າ, ອາ​ເມ​ລິ​ກາ​ຈະ​ເພີ່ມ​ສົ່ງ​ 200 ຄົນໄປ​ຊີຣີ, ​ເພື່ອ​ຊ່ວຍ​ເຫຼືອກ​ອງປະກອບ​ອາວຸດ​ທ້ອງ​ຖິ່ນ​​ໂຈມ​ຕີ​ກຸ່ມຫົວ​ຮຸນ​​ແຮງ IS ​.

​ໃນ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ຄວາມ​ປອດ​ໄພ "ການ​ສົນທະນາ​​ໄມ​ນາ​​ໄມ"ທີ່​ຈັດ​ຂຶ້ນ​ແຫ່ງ​ນັ້ນ ທ່ານ​ຄາ​ເຕີກ່າວ​ວ່າ, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້ອະນຸມັດ​ແຜນການ​ເພີ່ມ​ສົ່ງ​​ທະຫານ​ດັ່ງກ່າວ​ນີ້​ໃນ​ອາທິດ​​ຜ່ານ​ມາ. ທະຫານ200 ຄົນນີ້ ​ລວມທັງ​ກອງຕີ​ພິ​ເສດ ຜູ້​ຊ່ຽວຊານກູ້​ໝາກ​ມິນ ທີ່​ປຶກສາ​ການ​ທະຫານ ​ແລະ​ອື່ນໆ. ​ພວກ​ເຂົາ​ເຈົ້າຈະ​ເຕົ້າ​ໂຮມ​ກັບ​ທະຫານ​ອາ​ເມ​ລິ​ກາ 300 ຄົນ​ທີ່​ປະຈຳການ​ຢູ່ຊີຣີ, ຊ່ວຍ​ເຫຼືອກ​ອງປະກອບ​ອາວຸດ​​ເຄິດ​ທີ່ຢູ່​​ແຫ່ງ​ນັ້ນ ​ເພື່ອດຳ​ເນີນການ​ເຄື່ອນ​ໄຫວ​ການ​ທະຫານ​ໂຈມ​ຕີກຸ່ມ IS .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ