ໜັງສືພິມອາ​ເມ​ລິ​ກາກ່າວ​ວ່າ ຈີນ​ຢາກ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ປະດິດ​ສ້າງ
2016-12-11 16:41:48  cri 
ຫວ່າ​ງມໍ່ໆ​ນີ້ ໜັງສືພິມ wall street ລາຍ​ວັນ​ຂອງ​ອາ​ເມ​ລິ​ກາ​ພິມ​ບົດ​ຄວາມ​ໂດຍ​ເຫັນ​ວ່າ, ຈີນ​ກຳລັງ​ລົງທຶນ​ກ້ອນ​ໃຫຍ່​ເພື່ອ​ຊຸກຍູ້ການ​ປະດິດສ້າງ ​ໂດຍ​ຫວັງ​ຢາກຟື້ນ​ຟູ​ຖານະ​ປະ​ເທດ​ໃຫຍ່​ດ້ານ​ການ​ປະດິດສ້າງຄືນ​ໃໝ່, ​ແລະຫຼຸດການ​ອາ​ໄສຕ່າງປະ​ເທດ​ໃນ​ດ້ານ​ເຕັກນິກ​ແກນ​ກາງ​ ​.

ບົດ​ຄວາມ​ຂຽນ​ວ່າ, ​ໃນ​ໄລຍະ​ງົບປະມານ​ການຄົ້ນຄວ້າ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່ພຽງພໍ, ຈີນ​ພັດ​ສະໜອງ​ເງິນ​ທຶນ​ກ້ອນ​ໃຫຍ່​ໃຫ້​ແກ່​ໂຄງການ​ຄົ້ນຄວ້າ​ຊັ້ນຍອດຫຼາຍ​​ໂຄງການ. ຕົວ​ເລກ​ສະຖິຕິ​​ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ​​ແລະ​ການພັດທະນາ​ສະ​ແດງ​ໃຫ້​ເຫັນ​ວ່າ, ລາຍ​ຈ່າຍ​ໃນ​ການຄົ້ນຄວ້າ​ພັດທະນາ​ຂອງ​ຈີນ​ຫຼາຍ​ກວ່າ​ຍີ່ປຸ່ນ​ໃນ​ປີ 2009, ຮອດ​ປີ 2013 ຫຼາຍ​ກວ່າ​ເອີ​ລົບ, ຄາດ​ວ່າ​ຮອດ​ປີ 2020 ຈະ​ຫຼາຍ​ກວ່າ​ອາ​ເມ​ລິ​ກາ.

ບົດ​ຄວາມ​ຊີ້​ອອກ​ວ່າ, ວິສາຫະກິດປະດິດ​ສ້າງວິທະຍາສາດ​ເຕັກນິກ​ຂອງ​ຈີນກໍ​ຖືກ​ສົນ​ໃຈ​ຫຼາຍ, ​ໂດຍວິສາ​ຫະກິດ​ເຫຼົ່າ​ນີ້​ກຳລັງ​ດຶງ​ດູດ​ທຶນຮອນ​ແລະຊັບພະຍາກອນ​ມະນຸດຫຼາຍ​ກວ່າ​ເກົ່າ.

ບົດ​ຄວາມ​ຂຽນ​ວ່າ, ພາຍ​ໃຕ້​ຂອບ "ສົນທິສັນຍາ​ຮ່ວມ​ມື​ລິ​ຂະ​ສິດ"ຂອງ​ອົງການ​ສິດ​ຊັບ​ສິນ​ທາງປັນຍາ​ໂລກ, ອັດຕາ​ຮ້ອງ​ຂໍ​ລິ​ຂະ​ສິດ​ຂອງ​ຈີນ​ໃນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ​​ເຖິງ 13.7%, ​ໂດຍ​ຮອງຈາກ​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ ​ເປັນ​ອັນດັບ​ທີ​ສາມ ດ້ວຍ​ການ​ຮ້ອງ​ຂໍ​ລິ​ຂະ​ສິດ 29846 ​ໂຄງການ. ສ່ວນ​ໃນ10ປີ​ກ່ອນ, ການ​ຮ້ອງ​ຂໍ​ຂອງ​ຈີນ ​ໄດ້ກວມ​ອັດຕາ​ທົ່ວ​ໂລກ​ພຽງ 1.8% ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ