ປິດ​ການ​ເຈລະຈາ RCEP ​ຮອບ​ທີ 16 ຢູ່​ອິນ​ໂດ​ເນ​ເຊຍ
2016-12-11 16:59:22  cri 
​ການ​ເຈລະຈາຮອບ​ທີ 16 ກ່ຽວ​ກັບ​ອະນຸ​ສັນຍາ​ການ​ພົວພັນ​ຄູ່​​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RCEP​ ທີ່​ດຳ​ເນີນ​ເປັນ​ເວລາ 5 ວັນ ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ເມືອງ​ທັງ​ເກຣາງຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 10 ທັນວາ​ນີ້, ຜູ້​ແທນ​ຂອງ 16 ປະ​ເທດສະມາຊິກ RCEP ​ໄດ້​ສຳ​ເລັດ​ການ​ເຈລະຈາ​ໝວດວິສາຫະກິດຂະໜາດ​ກາງ​ແລະ​ນ້ອຍ, ​​ເຫັນ​ດີ​ຮັກສາ​ທ່ວງທ່າ​ທີ່​ດີ​ແຫ່ງ​ການ​ເຈລະຈາ ຂອງ RCEP ​ໃນ​ປັດຈຸບັນ, ພະຍາຍາມ​ສຳ​ເລັດ​ການ​ເຈລະຈາ​ໃນ​ປີ 2017.

ການ​ເຈລະຈາໝວດວິສາຫະກິດຂະໜາດ​ກາງ​ແລະ​ນ້ອຍ ​ແມ່ນໝວດທີ​ສອງທີ່ສຳເລັດນັບ ແຕ່ເລີ່ມດຳເນີນ​ການ​ເຈລະຈາ RCEP ​ເປັນຕົ້ນມາ, ການ​ສຳ​ເລັດ​ການ​ເຈລະຈາໝວດ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ ຈະ​ເພີ່ມ​ທະວີ​ການຮ່ວມ​ນຳ​ໃຊ້ຂໍ້ມູນ​ແລະ​ຮ່ວມ​ມືກັນລະຫວ່າງ​ປະ​ເທດສະມາຊິກ RCEP , ຍົກ​ສູງ​ຄວາມ​ສາມາດ​ຂອງວິສາຫະກິດ​ຂະໜາດ​ກາງ​ແລະ​ນ້ອຍຂອງ ປະເທດ RCEP​, ​ເພື່ອຊ່ວຍ​ເຫຼືອ​ເຂົາ​ເຈົ້ານຳ​ໃຊ້​ໂອກາດທີ່​ສ້າງ​ໂດຍ RCEP ນັ້ນຢ່າງ​ເຕັມທີ່.

ນອກ​ນີ້ ໜັງສື​ພິມຢາ​ກາກ​ຕາ​ໂພສລາຍ​ງານ​ວ່າ, ນອກຈາກ​ມີ​ການ​ເຈລະຈາ​ກ່ຽວ​ກັບໝວດ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ ການ​ເຈລະຈາ​ກ່ຽວ​ກັບໝວດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ແລະເຕັກໂນໂລຊີ​ແລ້ວ, ​ການ​ເຈລະຈາ​ກ່ຽວ​ກັບໝວດ​ນະ​ໂຍບາຍ​ການ​ແຂ່ງຂັນກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ແລ້ວ, ການ​ເຈລະຈາ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ ການ​ຄ້າ​ສິນຄ້າ ການ​ຄ້າ​​ການ​ບໍລິການ ການ​ລົງທຶນ ສິດ​ຊັບ​ສິນ​ທາງ​ປັນຍາ ການເຄື່ອນໄຫວຢ່າງ​ເສລີ​ຂອງ​ກຳມະກອນ​ເຕັກນິກ ​ແລະ​ອື່ນໆ ກໍກຳລັງ​ດຳ​ເນີນ​ຢູ່.

ການ​ເຈລະຈາ RCEP ​​ເລີ່​ມຈັດຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພະ​ຈິກ​ປີ 2012, ​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ​ ຈະກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ທີ່​ມີ​ປະຊາກອນ​ຫຼາຍ​ທີ່ສຸດ, ກວມ​ເນື້ອ​ທີ່​ກວ້າງທີ່ສຸດ, ມີ​ສະມາຊິກຫຼາຍເຄົ້າທີ່ສຸດ ແລະການ​ພັດທະນາມີ​ຊີວິດ​ຊີວາທີ່ສຸດໃນໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ