ຈີນ-ລາວເລີ່​ມ​ປະຕິບັດກົດໝາຍ​ການ​ປະມົງ​ປະສົມ
2016-12-12 16:39:00  cri 
ຫວ່າງ​ມໍ່ໆ​ມາ​ນີ້, ຫ້ອງການ​ຕິດຕາມຄວບ​ຄຸມການ​ປະມົງ​ຢູ່​ເຂດ​ແມ່​ນ້ຳ​ຢາງ​ຊີ​ກ່ຽງ​ຂອງ​ກະຊວງ​ກະສິກຳ​ຈີນ​ໄດ້​ສົມທົບ​ກັບ​ພະ​ແນ​ກກະສິກຳ​ແຂວງ​ຢຸນນານ, ອົງການ​ປົກຄອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແລະ​ພະ​ແນ​ກຊັບພະຍາກອນ​ແລະສິ່ງ​ແວດລ້ອມ​ແຂວງ​ຫຼວງ​ນ້ຳ​ທາ​ ສປປ ລາວ​​ເລີ່​ມປະຕິບັດ​ກົດໝາຍ​ການ​ປະມົງ​ປະສົມ​ຈີນ-ລາວ​ຢູ່​ທ່າ​ເຮືອ​ຊຽງ​ຮຸ່ງ​ແຄມ​ແມ່​ນ້ຳ​ລ້ານ​ຊ້າງ, ຂະນະ​ດຽວ​ກັນກຳ​ປັ່ນ​ປະມົງ 060 ຂອງ​ຈີນ​ກໍ​ໄດ້​ແລ່ນເຮືອ​ປະຕິບັດ​ກົດໝາຍ​ເປັນຄັ້ງທຳ​ອິດ​ແລະ​ປ່ອຍ​ປາ​ລົງ​ສູ່​ທຳ​ມະ​ຊາດ​.

​ໃນ​ກິດຈະກຳ​ດັ່ງກ່າວ, ​ເຈົ້າ​ໜ້າ​ທີ່​ຈີນ-ລາວ​ໄດ້ປ່ອຍປາ​ຫຼາຍ​ກວ່າ 2 ໝື່ນ​ໂຕ​, ຫຼັງ​ຈາກ​ນັ້ນ, ​ເຈົ້າ​ໜ້າ​ທີ່​ສອງ​ປະ​ເທດ​ໄດ້​ຂຶ້ນ​ກຳ​ປັ່ນ​​ປະມົງ 060 ຂອງ​ຈີນ, ​​​ເຊິ່ງ​ເປັນ​ການ​ເລີ່​ມປະຕິບັດ​ກົດໝາຍ​ປະສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ