​ລາວ​ເພີ່ມ​ທະວີ​ການພັດທະນາເສດຖະກິດ
2016-12-13 15:34:56  cri 
  ຂ່າວສານ​ປະ​ເທດ​ລາວລາຍ​ງານ​ໃນ​ວັນ​ທີ 12 ທັນວາ​ນີ້​ວ່າ: ທ່າ​ນນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ-ການ​ຄ້າ​ລາວ​ໄດ້​ເປັນ​ປະທານ​ກອງ​ປະຊຸມສະພາ​ການ​ຄ້າ​ແລະອຸດສາຫະກຳ​ແຫ່ງ​ຊາດ​ລາວທີ່ຈັດຂຶ້ນຢູ່​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 9 ທັນວາ​ນີ້ ​ໂດຍ​ທ່ານ ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ບັນດາ​ຮອງ​ນາຍົກລັດຖະມົນຕີພ້ອມດ້ວຍ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງປະມານ 400 ທ່ານ​ເຂົ້າ​ຮ່ວມ. ທ່ານ ​ທອງ​ລຸນ ສີ​ສຸ​ລິດ ກ່າວ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ວ່າ: ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາເສດຖະກິດ​ໃຫ້​ມີ​ປະສິດທິ​ຜົນ ທັງ​ເປັນ​ການສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດ​ວກ​ໃຫ້​ແກ່​ການດຳ​ເນີນ​ທຸລະກິດ-ການ​ຄ້າ, ລັດຖະບານ​ລາວຈະ​ຮັບຮອງ​​ເອົາແຜນ​ພັດທະນາ​ເສດຖະກິດ-ສັງຄົມສົກປີ 2017-2019 ​​ເຊິ່ງ ສຄອ ຕ້ອງ​ເປັນ​​ເຈົ້າ​ເຕົ້າ​ໂຮມ​ທຸລະ​ກິດ​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະຕິບັດ​ໂດຍ​ເລັ່ງດຶງ​ດູດ​ເອົາ​ການ​ລົງທຶນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເພື່ອ​ກໍ່ສ້າງ​ໂຄງການ​ລົງທຶນ​ຂອງ​ລັດຖະບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ