ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ
2016-12-13 17:31:56  cri 
    ຕາມ​ຂ່າວສານ​ຊິນ​ຮວາ​: ທ່ານ ລິວ​ຢູນຊ່ານ ກຳມະການ​ປະຈຳ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ນຳ​ໂດຍ​ທ່ານ ຟາ​ມມິ​ງຈິງ ກຳມະການ​ກົມ​ການ​ເມືອງ​, ​ເລຂາທິການ, ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 12 ທັນວາ​ນີ້.

   ​ໂອກາດ​ດັ່ງກ່າວ, ທ່ານ ລິວ​ຢູນຊ່ານ​ ກ່າວ​ວ່າ, ຈີນ​ແລະ​ຫວຽດນາມ​ແມ່ນ​ປະ​ເທດ​ສັງຄົມ​ນິຍົມ​​ເປັນບ້ານ​ໃກ້​ເຮືອນ​ຄຽງທີ່​ມີ​ມິດຕະພາບ​ຕໍ່​ກັນ ​ແລະ​ເປັນ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ທີ່​ມີຄວາມ​ໝາຍ​ຍຸດ​ທະ​ສາດ. ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ຮ່ວມ​ກັບ​ພັກ​ກອມ​ມູນິດ​ຫວຽດນາມ ລົງ​ເລິກ​ຈັດຕັ້ງປະຕິບັດ​ຂໍ້​ຕົກລົງ​ທີ່​ສຳຄັນ​ລະຫວ່າງ​ທ່ານ ສີ​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ ​ແລະ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ, ກຳ​ແໜ້ນ​ທິດ​ທາງ​ທີ່​ຖືກຕ້ອງ​ຂອງການ​ຂະຫຍາຍ​ສາຍ​ພົວສອງ​ພັກ​ສອງ​ລັດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ປົກຄອງ​ລັດ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງສອງປະເທດໃຫ້ ຂະຫຍາຍຕົວຢ່າງ​ປອດ​ໃສ​ແລະ​ໜັກ​ແໜ້ນ​ຍາວ​ນານ.
   
    ທ່ານ ຟາ​ມມິ​ງຈິງ ກ່າວວ່າ, ຫວຽດນາມ​ຊົມ​ເຊີຍ​​​ຈີນ​ທີ່​ໄດ້​ຮັບ​ໝາກຜົນ​ໃນ​ການ​ປະສານ​ງານ​ແລະ​ຊຸກຍູ້​ການ​ວາງ "4 ຍຸດ​ທະ​ສາດ" ​ແລະ​ການ​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ເພື່ອ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ເປັນ​ຢ່າງ​ສູງ, ພັກກອມ​ມູນິດ​ຫວຽດນາມ​ຍິນ​ດີ​ລົງ​ເລິກ​ການ​ພົວພັນ​ກັບ​ພັກກອມ​ມູນິດ​ຈີນ​ຢ່າງຮອບດ້ານ ​ເພື່ອ​ຮ່ວມ​ກັນ​ຊີ້ນຳສາຍ​ພົວພັນ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​​ດີຂຶ້ນກ​ວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ