ຈີນ-ລາວ​ສະໜັບສະໜູນ​ການ​ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດບໍ່​ເຕັນ-ບໍ່​ຫານ
2016-12-14 16:24:46  cri 
  ກອງ​ປະຊຸມຫາລື​ວຽກ​ງານ​ດ່ານພາສີ​ຈີນ-ລາວ​​ຄັ້ງ​ທຳ​ອິດໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊຽງ​ຮຸ່ງ​ແຂວງ​ຢຸນນານ ສປ ຈີນໃນ​ວັນ​ທີ 12-13 ທັນວາ​ນີ້ ​ໂດຍ​ຜູ້ຕາງໜ້າ 31 ທ່ານຈາກດ່ານພາສີ​ຄຸນ​ໝິງຈີນ​ແລະ​ດ່ານ​ພາສີ​ລາວ​ທີ່ເຂົ້າ​ຮ່ວມນັ້ນ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດມາດ​ຕະການ​ທີ່​ລະບຸ​ໄວ້​ໃນ "​ແຜນການ​ຮ່ວມ​ມື​ລະຫວ່າງ​ດ່ານພາສີ​ຈີນ-ລາວ" ທີ່ລົງ​ນາມ​ໃນ​ເດືອນ​ກັນຍາ​ຜ່ານ​ມາ ​ໂດຍ​ສະ​ເພາະ​​ໄດ້ປຶກສາ​ຫາລື​​ເພື່ອ​ສະໜັບສະໜູນ​ການ​ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ບໍ່​ເຕັນ-ບໍ່​ຫານ​ກໍ​ຄື​ການ​ສ້າງ​ທາງ​ລົດ​ໄຟລະຫວ່າງ​ສອງ​ປະ​ເທດ.

  ຈາກ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ສອງ​ຝ່າຍ​ສະໜັບສະໜູນ​ການ​ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖ​ະກິດບໍ່​ເຕັນ-ບໍ່​ຫານ ​ເພື່ອ​ສ້າງ​ເງື່ອນ​ໄຂອຳນວຍຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຢຸນນານ​​ແລະ​ລາວ​ໃນ​ການ​ຜ່ານ​ດ່ານ ທັງ​ຍົກ​ລະດັບ​ປະສິດທິຜົນ​ການ​ຜ່ານດ່ານ​ໃຫ້​ສູງ​ແລະກະທະ​ຮັດ​ງ່າຍ​ຂຶ້ນ. ຂະນະ​ດຽວ​ກັນ, ສອງ​ຝ່າຍ​ຈະ​ເປີດ​ປ່ອງຢ້ຽມ​ສີ​ຂຽວ​ແລະ​ທາງ​ຜ່ານ​ສະ​ເພາະ ທັງກວດກາຮ່ວມ​ກັນແລະ​ສຶກສາຄວາມ​ເປັນ​ໄປ​ໄດ້​ໃນ​ການຮັບຮອງຜົນ​ການ​ກວດກາສອງ​ຝ່າຍ ​ເພື່ອ​ຮັບປະກັນ​ໃຫ້​ວັດຖຸ​​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ຜ່ານ​ດ່ານ​ຢ່າງ​ໄວ​ວາ. ນອກ​ນີ້, ສອງ​ຝ່າຍ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ການ​ປະຕິບັດ​ກົດໝາຍ​ແລະ​ອື່ນໆ ​ທັງ​ເນັ້ນ​ຍົກ​ລະດັບ​ການ​ຮ່ວມມື​ໃນ​ການ​ຕໍ່ຕ້ານ​ການ​ຄ້າ​ເຖື່ອນ​ສະບຽງ​ອາຫານ, ສັດ​ແລະ​ພືດທີ່​ໃກ້​ຈະ​ສູນພັນ, ຢາ​ເສບ​ຕິດ​ໃຫ້​ສູງຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ