ດາວ​ທຽມ "ລາວ-1"ສ້າງ​ປະສິດທິ​ຜົນໄດ້​ຢ່າງ​ເໜືອ​ຄາດ
2016-12-14 16:57:01  cri 

ວັນ​ທີ 21 ພະຈິກ 2016 ນີ້​ເປັນວັນ​ຄົບຮອບ 1 ປີ​ແຫ່ງ​ການປະສົບ​ຜົນສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ "ລາວ-1" (SAT1) ທີ່​ເປັນ​ດາວ​ທຽມໂທລະຄົມ​ໜ່ວຍ​ທຳ​ອິດ​ຂອງ​ລາວ​ຂຶ້ນ​ສູ່​ວົງ​ໂຄຈອນ​ຈາກ​ສູນ​ປ່ອຍ​ດາວ​ທຽມຊີ່ຊ່າງ ສປ ຈີນ​ ​ແລະ​ດາວ​ທຽມ​ລາວ​ທີ່​ຮ່ວມ​ມື​ກັບ​ຈີນ​ໜ່ວຍ​ດັ່ງກ່າວ​​ໄດ້ສ້າງ​ຄວາມ​ຕື່ນ​ເຕັ້ນ​ທີ່ສຸດ ທັງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ຕໍ່ການດຳລົງ​ຊີວິດ​ຂອງປະຊາຊົນລາວອີກ​ດ້ວຍ. ​ເຈົ້າ​ໜ້າ​ທີ່​ແລະ​ປະຊາຊົນ​ລາວ​ຕ່າງກໍຢືນຢັນ​ໃນໂອກາດໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​​ກ່ອນ​ໜ້າ​ນີ້​ບໍ່​ດົນ​ວ່າ ດາວ​ທຽມ​ລາວ-1​ໄດ້​ສ້າງ​ປະສິດທິ​ຜົນ​ໃຫ້​ຕົນ​ຢ່າງ​ເໜືອ​ຄາດ​ຄິດ.

​ເດືອນ​ກຸມພາ​ຜ່ານ​ມາ, ລາວ​ແລະ​ບໍລິສັດ​ດາວ​ທຽມໂທລະຄົມເຄື່ອນ​ທີ່​ອາຊີ​ປາຊີ​ຟິກຈີນຈຳກັດ​ໄດ້​ຮ່ວມ​ທຶນ​ສ້າງ​ຕັ້ງ​ບໍລິສັດ​ດາວ​ທຽມ​ອາຊີ​ປາຊີ​ຟິກລາວ​ຈຳກັດ​ເພື່ອ​ຮັບຜິດຊອບ​ ​ຄຸ້ມ​ຄອງ​ແລະດຳ​ເນີນ​ທຸລະ​ກິດ​ຂອງ​ດາວ​ທຽມ "ລາວ-1".ທ່ານ​ແກ້ວ​ລະ​ວັນ ອຸດ​ທາວົງ ທີ່​ຮັບຜິດຊອບ ​ຄຸ້ມ​ຄອງ​ແລະ​ຕິດຕາມ​ດາວ​ທຽມ​ລາວແລະ​ເປັນ​ໜຶ່ງ​ໃນ​ບັນດາ​ພະນັກງານລາວ​ທີ່​ໄປ​ຝຶກ​ອົບຮົມ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ກ່າວ​ວ່າ: "ພວກ​ເຮົາ​ໄດ້​ໄປ​ຝຶກ​ອົບຮົມ​ຢູ່​ສປຈີນ​ຈິ່ງ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ບັນຊາ​ແລະ​ຄຸ້ມ​ຄອງ​ດາວ​ທຽມ,ສະ​ເພາະ​ພະນັກງານ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທັງ​ມີ​ຄວາມ​ເຫັນ​ດີແລະ​ພາກພູມ​ໃຈ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງການ​ດາວ​ທຽມ​ລາວ​ໃນ​ຄັ້ງ​ນີ້,ດາວ​ທຽມ​ລາວ​ບໍ່​ພຽງ​ແຕ່​ໃຊ້​ພາຍ​ໃນ​ເທົ່າ​ນັ້ນ​ຍັງ​ສາມາດ​ໃຫ້​ປະ​ເທດອື່ນເຊົ່າ​ໄດ້​ເຊິ່ງ ​ຈະ​ສາມາດ​ສ້າງ​ລາຍຮັບ​ໃຫ້​ແກ່​ລັດຖະບານ​ແລະ​ຈະຊ່ວຍ​ຊຸກຍູ້​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ​ອີກ​ດ້ວຍ."

ດາວ​ທຽມ "ລາວ-1"​ໄດ້ບໍລິການ​ຕ່າງໆໃຫ້​ແກ່​ປະ​ເທດ​ລາວ​ເປັນ​ຕົ້ນ ການຖ່າຍ​ທອດ​ສົດ​​ໂທລະພາບ​ຜ່ານດາວ​ທຽມ, ການ​ເຊື່ອມ​ລະບົບ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ບໍ່​ມີ​ສາຍ, ໂທລະ​ຄົມ​ສາກົນ​ແລະ​ອື່ນໆ​ໂດຍ​ປົກ​ຄຸມ​ຮົງ​ກົງ​ຈີນ, ລາວ,ມຽນມາ, ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດກໍຄືເຂດ​ແຄວ້ນ​ອື່ນໆ.ປັດຈຸບັນ, ລາວ​ໄດ້​ນຳເອົາລາຍການ​ໂທລະພາບຕ່າງໆບໍ່ວ່າຈະເປັນລາຍການກິລາ,​ເດັກນ້ອຍ​ແລະ​ບັນ​ເທີງ​ຈາກ​ຈີນ,​ອາ​ເມ​ລິ​ກາ​ເອີຣົບ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຫຼາຍ​ສິບ​ຊ່ອງໂດຍຄົນ​ລາວ​ພຽງ​ແຕ່ຊື້​​ເຄື່ອງSTB​ແລະ​ເສຍເງິນ 3ຫາ 4 ​ໂດ​ລາ​ສະຫະລັດ​ຕໍ່​ເດືອນ​ເທົ່ານັ້ນກໍ​ຈະ​ສາມາດ​ຮັບ​ຊົມ​ລາຍການ​ໂທລະພາບ​ທີ່​ຫຼາກ​ຫຼາຍ​ປະ​ທັບ​ໃຈ​ຫຼາຍ​ຂຶ້ນ.

  ການສຶກສາ​ທາງ​ໄກເປັນໜຶ່ງ​ໃນບົດບາດ​ສຳຄັນ​ຂອງດາວ​ທຽມ​ລາວ​ໃນ​ປັດຈຸບັນ​ໂດຍ​ໂຮ​ງຮຽນ​ລຽວ​ໂຕໄດ້ສຳ​ເລັດ​ການ​ທົດ​ລອງ​ການ​ສຶກສາ​ທາງ​ໄກ​ແລ້ວ ​ແລະ​ຈະ​ພິຈາລະນາ​ຊຸກຍູ້​ການ​ສຶກສາ​ທາງ​ໄກ​ໃນ​ທົ່ວ​ປະ​ເທດ. ​ເຖິງ​ວ່າລາວ​ເປັນ​ປະ​ເທດທີ່​ມີ​ພູດ​ອຍກວມ​ເອົາ​ສ່ວນ​ຫຼາຍກໍ​ຕາມ, ​ແຕ່ຈາກ​ການ​ສຶກສາ​ທາງ​ໄກ​ດ້ວຍ​ດາວ​ທຽມຈະ​ເຮັດ​ໃຫ້ນັກຮຽນ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ​ສາມາດ​ໄດ້​ຮັບ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ. ທ່ານ ​ໄຊ​ລີ​ຊາ ອິນ​ສີ​ຊຽງ​ໃໝ່ ຫົວໜ້າ​ກົມ​ສື່ສານ​ກະຊວງ​​ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານລາວ​ກ່າວ​ວ່າ: "ການ​ສຶກສາ​ທາງ​ໄກ​ເປັນ​ຜົນ​ດີ​ຕໍ່​ປະຊາຊົນ​ໂດຍ​ສະ​ເພາະ​ເດັກນ້ອຍ​ຢູ່​ຊົນນະບົດ​ທີ່​ເຂົາ​ເຈົ້າ​ບໍ່​​ມີ​ປຶ້ມ​ຮຽນ​, ອາຈານ​ແລະ​ຂໍ້​ມູນ​ຂ່າວສານ​ທີ່​ຄວນ​ຈະ​ໄດ້​ຮັບ, ພວກ​ເຮົາ​ກໍ​ອາດ​ຈະ​ສະໜອງ​ການ​ສຶກສາດ້ວຍດາວ​ທຽມ​ໄດ້. ຄິດ​ວ່າ​ເປັນ​ຈຸດ​ໜຶ່ງ​ທີ່​ພວກ​ເຮົາ​ຕ້ອງ​ໄດ້​ສືບ​ຕໍ່​ຮ່ວມ​ມື​ກັບ​ຫຼາຍ​ພາກສ່ວນ​ເພື່ອ​ໃຫ້​ປາກົດ​ຜົນ​ເປັນ​ຈິງທັງ​ນຳ​ເອົາຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ​ມາສູ່​ປະຊາຊົນ​ຢູ່​ເຂດ​ຊົນນະບົດ."

  ທ່ານ ຕິງ​ຢອງ​ປິ່ງ ຜູ້ອຳນວຍ ການ​ໃຫຍ່​ບໍລິສັດ​ດາວ​ທຽມ​ອາຊີ​ປາຊິ​ຟິກລາວ​ຈຳກັດ ກ່າວ​ເຖິ​ງການ​ພັດທະນາດາວ​ທຽມ​ລາວ​ໃນ​ຕໍ່ໜ້າ​ວ່າ: "ອີກ​ບໍ່ດົນພວກ​ເຮົາ​ຈະ​ບໍລິການ​ອິນ​ເຕີ​ເນັດ​ບໍ່​ມີ​ສາຍ ຫຼື WIFI ຢູ່​ນະຄອນຫຼວງວຽງ​ຈັນ, ຫຼວງ​ພະ​ບາງ, ວັງ​ວຽງ, ສະຫວັນ​ນະ​ເຂດ​ແລະ​ປາກ​ເຊ ​ໂດຍ​ບໍລິການ​ດັ່ງກ່າວ​ຈະ​ປົກ​ຫຸ້ມ​ທັງ​ອາກາດ​ເຖິງ​ພື້ນ​ດິນ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ລາວ​ສຳຜັດ​ກັບ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ທີ່​ເຊື່ອມ​ໂຍງ​ກັບ​ພາຍ​ນອກ​ໂດຍ​ບໍ່​ຕ້ອງ​ອອກ​ຈາກ​ເຮືອນ."

  ທ່ານ ​ໄຊ​ລີ​ຊາ ອິນ​ສີ​ຊຽງ​ໃໝ່ ກ່າວ​ໂດຍ​ຄາດ​ຫວັງ​ຕໍ່​ດາວ​ທຽມ​ລາວ​ທີ່​ຈະ​ນຳ​ເອົາ​ຄວາມ​ສະດວກ​ມາສູ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ວ່າ: "ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ອີກ​ບໍ່​ດົນ​ຕໍ່ໜ້າ, ດາວ​ທຽມ​ລາວຈະ​ສາມາດ​ຊ່ວຍ​ການ​ບໍລິການ​ໂທລະ​ຄົມມະນາຄົມ, ການ​ສື່ສານ, ອິນ​ເຕີ​ເນັດລວມທັງ​ການ​ສຶກສາ​ທາງ​ໄກ, ການ​ແພດ​ທາງ​ໄກ ຫຼື​ຊ່ວຍ​ໃນ​ກໍລະນີ​ສຸກ​ເສີນ​ເປັນ​ຕົ້ນ​ໄພພິບັດ, ​ໄພ​ທຳ​ມະ​ຊາດ ດາວ​ທຽມ​ລາວ​ກໍ​ສາມາດ​ຊ່ວຍ​ໄດ້ ​ເພື່ອ​ນຳ​ເອົາແລະ​ສົ່ງ​ຂໍ້​ມູນ​ເຂົ້າ​ມາ​ຫາ​ສູນ​ກາງ. ​ແນ່ນອນ​, ການ​ຮ່ວມ​ມື​ໃນ​ວຽກ​ງານ​ດາວ​ທຽມ​ກັບ ສປ ຈີນ​ກໍ​ຈະ​ໄດ້​ຮັບ​ການ​ພັດທະນາ​ກ້າວໜ້າ​ເລື້ອຍໆ​ໂດຍ​ໃນໃນ​ຕໍ່ໜ້າ, ຜົນ​ປະ​ໂຫຍ​ດດ່ັງກ່າວ​ຈະ​ເກີນ​ມູນ​ຄ່າ​ຂອງ​ດາວ​ທຽມ."

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ