ລາວ​ຢືນຢັນ​ຈະ​ລົງມື​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ເປັນ​ທາງ​ການ​ໃນທ້າຍ​ເດືອນ​ນີ້
2016-12-15 10:54:43  cri 
ໂອກາດ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ລາວ-ຈີນ​ໃນ​ວັນ​ທີ 13 ທັນວາ​ນີ້, ທ່ານ​ຟ້າ​ສະໜັ່ນ ທຳ​ມະ​ວົງ ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ​ແລະ​ຂົນ​ສົ່ງ​​ແຂວງ​ຫຼວງ​ພະ​ບາງ​ຢືນຢັນ​ວ່າ​ ​ໃນ​ວັນ​ທີ 25 ທັນວາ​ນີ້​ຈະ​ຈັດ​ພິທີ​ເປີດ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ເປັນ​ທາງ​ການ​ຢູ່​ຈຸດ​ບ້ານ​ພອນ​ໄຊ​ເມືອງ​ຫຼວງ​ພະ​ບາງ​ແຂວງ​ຂອງ​ຕົນ​ໂດຍ​ມີ​ຄວາມ​ຍາວ 80 ກິ​ໂລ​ແມັດ. ​ແນວ​ໃດ​ກໍ​ດີ ​​ເນື່ອງ​ຈາກ​ທາງ​ລົດ​ໄຟ​ບາງ​ຍ່ານ​ຕ້ອ​ວຜ່ານ​ນ້ຳຂອງ​ໂດຍ​ສະ​ເພາະ​ລະຫວ່າງ​ບ້ານ​ມ່ວງ​ຄຳ​ເມືອງ​ຈອມ​ເພັດ​ກັບ​ບ້ານ​ພອນ​ໄຊ​ເມືອງ​ຫຼວງ​ພະ​ບາງ​ຈິ່ງ​ຈຳ​ເປັນ​ຕ້ອງ​ກໍ່ສ້າງ​ຂົວ ​ເຊິ່ງຄາດ​ວ່າ​ໃຫ້​ສຳ​ເລັດ​ພາຍ​ໃນ 2 ປີ.

ທ່ານຟ້າ​ສະໜັ່ນ​ກ່າວ​ວ່າ:ຄາດ​ວ່າ ທ່ານ​ທອງ​ລຸນ​ສີ​ສຸ​ລິດ ນາຍົກລັດຖະມົນຕີ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ແຂວງ​ຫຼວງ​ພະ​ບາງ​ແລະ​ຜູ້ຕາງໜ້າ​ກົມ​ທາງ​ລົດ​ໄຟ​ຈີນ​ທີ 8 ຈະ​ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ ​ແລະ​ຄະນະ​ກຳມະການ​ປະສານ​ງານ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ແຂວງຂອງ​ຕົນ​ກໍ​ໄດ້​ລະດົມ​ພໍ່​ແມ່​ປະຊາຊົນ​ບ້ານ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງທາງ​ລົດ​ໄຟ​ຈີນ-ລາວ​ນັ້ນ​ຕັ້ງໜ້າ​ມີ​ສ່ວນ​ຮ່ວມ​ໃນໂຄງການ​ດັ່ງກ່າວ ​ນອກ​ນີ້​ຍັງ​ມີ 300 ກວ່າ​ຫົວໜ່ວຍ​ທຸລະ​ກິດ​ໄດ້​ສະ​ແດງ​ເຈດ​ຈຳນົງ​​ໃນ​ການ​ສະໜອງ​ຫີນ​ຊາຍ​ແລະ​ເປ​ຕົງ​ໃຫ້​ໂຄງການ, ​ແຕ່​ ຫີນ​ຊາຍ​ຈາກນ້ຳຂອງ​ແລະ​ແມ່​ນ້ຳ​ອື່ນ​ອາດ​ຈະ​ບໍ່​​ໄດ້​ມາດ​ຕະຖານ​ແລະ​ບໍ່​ເໝາະ​ນຳໃຊ້​​ໃນ​ການກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ