ກອງ​ທັບ​ຈີນ​ແລະ​ກຳປູ​ເຈຍ​ເລີ່​ມຈັດການ​ຝຶກ​ຊ້ອມ​ປະສົມ
2016-12-16 16:51:59  cri 
    ວັນ​ທີ 15 ທັນວາ​ນີ້, ການ​ຝຶກ​ຊ້ອມ​ປະສົມການ​ກູ້​ໄພມະນຸດສະທຳ "ມັງກອນ​ຄຳ-2016" ລະຫວ່າງ​ກອງທັບ​ຈີນ-ກຳປູ​ເຈຍ​​ໄດ້​ຈັດ​ພິທີ​ເປີດ​ຢູ່​ສະ​ຖາ​ບັນ​ທະຫານ​ບົກ​ແຂວງ​ຄຳ​ປົງ​ຂອງ​ກຳປູ​ເຈຍ. ນີ້​ແມ່ນ​ກອງທັບ​ຈີນ​ແລະ​ກຳປູ​ເຈຍ​ຈັດການ​ຝຶກ​ຊ້ອມ​ປະສົມ​ຄັ້ງ​ທຳ​ອິດ.

     ທ່ານ​ໂປ​ ຊະ​ໂຣອຸນ ຜູ້​ບັນຊາ​ການ​ໃຫຍ່​ກອງທັບ​ກຳປູ​ເຈຍ, ທ່ານ​ຊົງ​ໂປ່ ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ, ທ່ານ​ຫວງ​ມິ​ງ ຜູ້​ບັນຊາ​ການ​ກຸ່ມ​ທະຫານບົກ​ທີ 41 ຂອງ​ຈີນ, ນາຍ​ແລະ​ພົນທະຫານ​ຂອງ​ກອງທັບ​ສອງ​ປະ​ເທດ​​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

​    ​ໃນ​ໂອກາດ​ກ່າວປາ​ໄສ, ທ່ານ​ໂປ ຊະ​ໂຣອຸນ ກ່າວ​ວ່າ, ການ​ຝຶກ​ຊ້ອມ​ປະສົມ​ເທື່ອ​ນີ້​ແມ່ນ​ການ​ຝຶກ​ຊ້ອມ​ປະສົມ​ຄັ້ງ​ທຳ​ອິດ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ, ກໍ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ທະຫານ, ບູລະນະ​ການ​ຮ່ວມ​ມື​ແລະ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນຄົງ​ກວ່າ​ເກົ່າ.

     ກ່ານ​ຊົງ​ໂປ​ກ່າວ​ວ່າ, ການ​ຝຶກ​ຊ້ອມ​ປະສົມ​ເທື່ອ​ນີ້​ເປັນ​ຂີດ​ໝາຍວ່າ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ກອງທັບ​ສອງ​ປະ​ເທດ​ໄດ້​ກ້າວ​ຂຶ້ນ​ຢູ່​ລະດັບ​​ໃໝ່, ຫວັງ​ໃຫ້​ສອງ​ຝ່າຍ​ຖື​ການ​ຝຶກ​ຊ້ອມ​ປະສົມ​ເທື່ອ​ນີ້​ເປັນ​ໂອກາດ​ທີ່​ດີ, ຍົກ​ສູງ​ລະດັບ​ການ​ປະສານ​ສົມທົບ​ແລະ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ, ຖື​ການ​ຝຶກ​ຊ້ອມ​ປະສົມ​ເທື່ອ​ນີ້​ເປັນ​ກົນ​ໄກ​ສຳຄັນ​ທີ່​ພັດທະນາ​ແລະ​ລົງ​ເລິກການ​ຮ່ວມ​ມືລະ​ຫວ່າງ​ກອງທັບ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ