ສະຖານີ​ໃຈກາງ​ທາງ​ລົດ​ໄຟ​ສອງ​ສາຍລະ​ຫວ່າງ​ຊາດ​ຈີນ-ຫວຽດນາມ​ແລະ​ຈີນ-ລາວ​ໄດ້​​ເປີດ​ບໍລິການຢ່າງ​ເປັນ​ທາງ​ການ
2016-12-16 16:51:42  cri 
ວັນ​ທີ 15 ທັນວາ​ນີ້,ທາງ​ລົດ​ໄຟຕອນ​ເມືອງ​ຄຸນ​ຢາງ​ຫາ​ເມືອງ​ອີ້​ຊີ່ເຊິ່ງ​ເປັນ​ສ່ວນ​ຮ່ວມ​ຂອງ​ທາງ​ລົດ​ໄຟ​ລະຫວ່າງ​ຊາດ​ຈີນ-ຫວຽດນາມ​ແລະ​ຈີນ-ລາວ​ໄດ້​​ເປີດ​ບໍລິການຢ່າງ​ເປັນ​ທາງ​ການ.

ສະຖານີ​ອີ້​ຊີ​ໃໝ່​ແຂວງ​ຢຸນນານ​ແມ່ນ​ສະຖານີ​ໃຈກາງ​ຂອງ​ທາງ​ລົດ​ໄຟ​ອີ້​ຊີ​ຫາ​ເຫີ​ໂຂ່ວລະຫວ່າງ​ຈີນ-ຫວຽດນາມ​ແລະ​ທາງ​ລົດ​ໄຟ​ອີ້​ຊີ​ຫາ​ບໍ່​ຫານ​ລະຫວ່າງ​ຈີນ-ລາວ​​ແລະ​ທາງ​ລົດ​ໄຟ​ຄຸນ​ຢາງ​ຫາ​ອີ້​ຊີ​ທີ່​ສ້າງ​ໃໝ່​ທີ່​ມີ​ຄວາມ​ໄວ 200 ກິ​ໂລ​​ແມັດຕໍ່ໍຊົ່ວ​ໂມງ​ເຊິ່ງ​ໃນ​ຕໍ່ໜ້າລົດ​ໄຟຈາກ​ສາມ​ທິດ​ດັ່ງກ່າວ​ຈະ​ສົມຄົບ​ກັນ​ຢູ່​ແຫ່ງນີ້.

ທາງ​ລົດ​ໄຟ​ຕອນ​ຄຸນ​ຢາງ​ຫາ​ອີ້​ຊີ່​ປະກອບ​ດ້ວຍ​ສອງ​ສ່ວນ,ຄື​ທາງ​ລົດ​ໄຟ​ວົງວຽນ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ທາງ​ລົດ​ໄຟ​ຄຸນ​ຢາງ​ຫາ​ອີ້​ຊີ​ໂດຍ​ມີ​ຄວາມ​ຍາວ 88 ກິ​ໂລ​ແມັດ​ແລະ​ເປັນ​ທາງ​ລົດ​ໄຟ​ໄຟຟ້າ​ສອງ​ສາຍ,ຄວາມ​ໄວ​ຂອງ​ລົດ​ໄຟ​ແມ່ນ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.ຫຼັງ​ເປີດ​ບໍລິການ​ເປັນ​ທາງ​ການ​ແລ້ວ​ຈະ​ຊຸກຍູ້​ການ​ແລ​ກປ່ຽນ​ລະຫວ່າງ​ຈີນ-ຫວຽດນາມ​ແລະ​ຈີນ-ລາວ​ຢ່າງ​​ໃຫຍ່​ແລະ​ມີ​ບົດບາດ​ຊຸກຍູ້​ອັນ​ສຳຄັນ​ຕໍ່​ການ​ບັນລຸ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ລະຫວ່າງ​ປະ​ເທດ​ລຽບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ