ປະມຸກ​ລັດ​ຍີ່​ປຸ່ນ​ແລະ​ຣັດ​ເຊຍ​ພົບ​ປະກັນ​ອີກ ບັນຫາ​ຜືນ​ແຜ່ນດິນ​ຍັງບໍ່​ມີ​ຄວາມ​ຄືບ​ໜ້າ​ໃໝ່
2016-12-17 14:20:24  cri 
ພາຍຫຼັງ​ໄດ້​ເຈລະຈາ​ກັນ​ຢູ່​ເມືອງ​ນາ​ກາ​ໂຕ ​ແຂວງ​ຢາ​ມາ​ກູ​ຊີ​ຂອງ​ຍີ່ປຸ່ນ​ໃນ​ວັນ​ທີ 15 ທັນວາ​ນີ້​ແລ້ວ, ວັນ​ທີ 16 ທັນວາ​ນີ້, ທ່ານ​ຊິນ​ໂຈ​ະອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ແລະ​ທ່ານ​ວະລະ​ຕິ​ເມຍ ປູ​ຕີນ ປະທານາທິບໍດີຣັດ​ເຊຍ​ໄດ້​ຍ້າຍ​ໄປ​ເຈລະຈາກັນ​ອີກ​ຢູ່​ນະຄອນຫຼວງ​ໂຕ​ກຽວ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ​ຈະ​ເລີ່​ມດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ດ້ານ​ເສດຖະກິດ​ຢູ່​ສີ່​ເກາະ​ພາກ​ເໜືອ(ຣັດ​ເຊຍ​ເອີ້ນ​ວ່າໝູ່​ເກາະ​ຄຸ​ຣິວສ໌ພາກ​ໃຕ້), ​ແຕ່​ໃນ​ບັນຫາ​ອະທິປະ​ໄຕຂອງ​ເກາະ​ດອນ​ຕ່າງໆ​ທີ່​ມີ​ຄວາມ​ຂັດ​ແຍ້​ງກັນ​ຍັງ​ບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ​ໃໝ່.

ພາຍຫຼັງການເຈລະຈາ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ສອງ​ຝ່າຍ​ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວຮ່ວມ​ກັນ. ​ໃນ​​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສີ່​ເກາະ​ພາກ​ເໜືອ, ທ່ານ​ຊິນ​ໂຈະ​ອາ​ເບະ​ກ່າວ​ວ່າ: ຍີ່ປຸ່ນກັບຣັດ​ເຊຍ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ"ລະບຽບ​ການ​ພິ​ເສດ"ຂອງ​ການ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ດ້ານ​ເສດຖະກິດ​ຢູ່​ສີ່​ເກາະ​ພາກ​​ເໜືອ, ​ແຕ່​ຫຼັກ​ໝັ້ນ​ຫຼັກການ​ຂອງ​ຍີ່ປຸ່ນ​ໃນ​ບັນຫາ​ຜືນ​ແຜ່ນດິນ​ທາງ​ພາກ​ເໜືອ​ບໍ່​ມີ​ການ​ປ່ຽນ​ແປງ.

ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ປູ​ຕີນ​​ໄດ້ຫວນ​ຄືນ​ໂດຍ​ຫຍໍ້​ກ່ຽວ​ກັບ​ປະຫວັດສາດ​ມອບ​ຮັບ​ຜືນ​ແຜ່ນດິນ​ລະຫວ່າງ​ສອງ​ຝ່າຍ​ພາຍຫຼັງ​ສົງຄາມ​ຍີ່ປຸ່ນຣັດ​ເຊຍ,​ ​ແລະ​ກ່າວ​ເນັ້ນ​ວ່າ ອະດີດ​ສະຫະພາບ​ໂຊ​ວຽດ​ໄດ້​ຮັບ​ໝູ່​​ເກາະ​ຄຸຣິວສ໌ພາກ​ໃຕ້ຫຼັງສົງຄາມ​ໂລກ​ຄັ້ງ​ທີ 2. ທ່ານ​ກ່າວ​ວ່າ: ຝ່າຍຣັດ​ເຊຍ​ເຫັນ​ວ່າ​ຄວນ​ສິ້ນ​ສຸດ​ການ​ກະທຳ​ທີ່​ກ່າວ​ເນັ້ນ​ເຈດ​ຈຳນົງ​ຂອງ​ຕົນ​ເທື່ອ​ແລ້ວ​ເທື່ອ​ອີກ​ໂດຍ​ໝູນ​ອ້ອມ​ບັນຫາ​ຜືນ​ແຜ່ນດິນ.

ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ສື່​ມວນ​ຊົນ​ຫຼັງ​ກອງ​ປະຊຸມ​ໂດຍ​ຂຽນ​ວ່າ: ສອງ​ຝ່າຍ​ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ເລີ່​ມດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ ​ເງື່ອນ​ໄຂ ຮູບ​ການ​ແລະ​ຂົງ​ເຂດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ດ້ານ​ເສດຖະກິດ​ຢູ່​ສີ່​ເກາະ​ພາກ​ເໜືອ, ​ເຫັນ​ວ່າ​ນີ້​ຈະ​ກາຍ​ເປັນ​ບາດກ້າວ​ສຳຄັນ​ໃນ​ການ​ເຊັນສົນທິສັນຍາ​ສັນຕິພາບ. ​ແຕ່ພ້ອມ​ກັນ​ນັ້ນ, ​ຖະ​ແຫຼ​ງການຍັງ​ກ່າວ​ເນັ້ນ​ວ່າ: ຈຸດ​ຢືນ​ຂອງ​ການ​ເຄື່ອນ​ໄຫວ​ຮ່ວມ​ດ້ານ​​ເສດຖະກິດ​ແມ່ນ​ບໍ່​ທຳລາຍ​ຫຼັກ​ໝັ້ນ​ຂອງ​ສອງ​ຝ່າຍ​ກ່ຽວ​ກັບ​ບັນຫາ​ສົນທິສັນຍາ​ສັນຕິພາບ.

ກ່ອນຈະ​ເດີນ​ທາງ​ໄປ​ຢ້ຽມຢາມ​ຍີ່ປຸ່ນ,ທ່ານ​ປູ​ຕີນ​ເຄີຍ​ກ່າວ​ເນັ້ນ​ວ່າ: ລະຫວ່າງຣັດ​ເຊຍ​ກັບ​ຍີ່ປຸ່ນ​ບໍ່​ມີ​ບັນຫາ​ຜືນ​ແຜ່ນດິນ. ຕອນ​ຄ່ຳ​ວັນ​ທີ 15 ທັນວາ​ນີ້, ທ່ານ​ດີ​ມິດຣີ ​ເປັສຄົຟ ​ໂຄສົກ​ປະທານາທິບໍດີຣັດ​ເຊຍ​ກ່າວ​ວ່າ: ບັນຫາ​ອະທິປະ​ໄຕ​ຂອງ​ໝູ່​ເກາະຄຸຣິວສ໌ພາກ​ໃຕ້ບໍ່​ໄດ້​ກ່າວ​ເຖິງ​ໃນ​ການ​ເຈລະຈາ​ປະມຸກ​ລັດ, ອະທິປະ​ໄຕຂອງຣັດ​ເຊຍ​ທີ່​ມີ​ຕໍ່​​ເກາະດອນ​ຕ່າງໆບໍ່​ຈຳ​ເປັນ​ດຳ​ເນີນ​ການ​ປຶກສາ​ຫາລື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ