ໃນການ​ພົວພັນ​ຈີນ-ອາ​ເມລິ​ກາ​ຄວນ​ປະລະ​ແນວ​ຄິດ​ທີ່​ຝ່າຍ​ໜຶ່ງ​ໄດ້​ຊະນະ​ໂດຍ​ຖື​ການ​ເສຍ​ຫາຍ​ຂອງ​ອີກ​ຝ່າ​ຍໜຶ່ງ​ເປັນ​ການ​ທົດ​ແທນ
2016-12-18 14:22:16  cri 

ວັນ​ທີ 17 ທັນວາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈູ່ກ່ວງຢ້າວ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ, ທົ່ວ​ໂລກລ້ວນ​ແຕ່​ເອົາ​ໃຈ​ໃສ່ນຳ​ການ​ພົວພັນ​ດ້ານ​ເສດຖະກິດ​ຈີນ-​ອາ​ເມ​ລິ​ກາ​ຂະ​ຫຍາ​ຍຕົວຢ່າງ​ປອດ​ໃສ, ການ​ຮ່ວມ​ມື​ຢ່າງຮອບດ້ານ​ແມ່ນ​ການ​ເລືອກທຸກຍຸດ​ທະ​ສາດທີ່​ຖືກຕ້ອງ​ພຽງ​ອັນ​ດຽວ​ລະຫວ່າງ​ສອງ​ປະ​ເທດ, ຕ້ອງປະລະ​ແນວ​ຄິດ​ທີ່​ຝ່າຍ​ໜຶ່ງ​ໄດ້​ຊະນະ​ໂດຍ​ຖື​ການ​ເສຍ​ຫາຍ​ຂອງ​ອີກ​ຝ່າຍ​ໜຶ່ງ​ເປັນ​ການ​ທົດ​​ແທນ.

ທ່ານ​ຈູ່ກ່ວງຢ້າວ​ແມ່​ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມເສດຖະກິດ​ຈີນປະຈຳ​ປີ 2016-2017 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ທ່ານ​ຈູ່ກ່ວງຢ້າວ​ກ່າວ​ວ່າ, ຈີນ ​ແລະ ອາ​ເມ​ລິ​ກາໜຶ່ງ​ແມ່ນ​ປະ​ເທດ​ທີ່​ພວມພັດທະນາ​ທີ່ໃຫຍ່​ທີ່​ສຸດ​ໃນ​ໂລກ, ອີກ​ອັນ​ໜຶ່ງ​ແມ່ນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ທີ່ໃຫຍ່​ທີ່​ສຸດ​ໃນ​ໂລກ, ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ນີ້​ຈະ​ສົ່ງ​ຜົນ​ສະທ້ອນ​ໄປ​ສູ່ທົ່ວ​ໂລກ ​ແລະ ມີ​ບົດບາດສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດຂອງ​ໂລກ. ການ​ຮ່ວມ​ມືກັນ​ແມ່ນ​ການ​ເລືອກທີ່ຖືກຕ້ອງ​ພຽງ​ອັນ​ດຽວ​ລະຫວ່າງ​ສອງ​ປະ​ເທດ.

ກ່ຽວ​ກັບບັນຫາ​ທີ່ ຈີນ ກັບ ອາ​ເມ​ລິ​ກາ​ຈະ​ຂະຫຍາຍ​​ເສດ​ຖະກິດ​ການຄ້າ​ແນວ​ໃດພາຍ​ໃຕ້​ສະຖານະ​ການ​ໃໝ່? ທ່ານ​ຈູ່ກ່ວງຢ້າວ​ກ່າວ​ວ່າ, ທີ່​ສຳຄັນ​ກໍ່​ແມ່ນ​ສືບ​ຕໍ່​ຍຶດໝັ້ນຫັຼກການ​ທີ່ບໍ່​ເປັນ​ບໍລະ​ປັກກັນ, ບໍ່​ປະ​ທະ​ກັນູ, ​ເຄົາລົບ​​ເຊິ່ງກັນ​ແລະ​ກັນ, ຮ່ວມ​ມື​ກັນ​​ເພື່ອ​ຕ່າ​ງຝ່າຍ​ຕ່າງ​ໄດ້​ຮັບ​ຜົນປະ​​ໂຫຍ​ດນຳ​ກັນ, ປະ​ຖິ້ມ​ແນວ​ຄິດ​ທີ່​ຝ່າຍ​ໜຶ່ງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ຖື​ເອົາ​ການ​ເສຍ​ຫາຍ​ຂອງ​ອີກ​ຝ່າຍ​ໜຶ່ງ​ເປັນ​ການ​ທົດ​​ແທນ, ແກ້ໄຂຂໍ້ຂັດແຍ່ງ ແລະ ບັນຫາຕ່າງໆຢ່າງ​ເໝາະ​ສົມ, ​ເພິ່ມທະວີການ​ແລກປ່ຽນ​ດ້ານ​ນະ​ໂຍບາຍ, ​ແລະ​ນຳ​ໃຊ້​ກົນ​ໄກ​ຫຼາຍ​ຝ່າຍ ​ເຊັ່ນ, ອົງການການ​ຄ້າ​ໂລກ ຫຼື WTO ​ເປັນ​ຕົ້ນ​​ເພື່ອ​ປຶກສາ​ຫາລືກັນ, ຕ້ອງ​ຫຼີກ​ເວັ້ນບໍ່​ໃຫ້​ເກີດສົງຄາມດ້ານ​ການ​ຄ້າ ​ຈົນເຮັດ​ໃຫ້​ສອງ​ຝ່າຍ​ເສຍ​ຫາຍ​ໝົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ