ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ພົບ​ປະ​ກັບ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ
2016-12-23 16:27:51  cri 
ວັນ​ທີ 22 ທັນວາ​ນີ້​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ສສ​ຫວຽດນາມ, ທ່ານ​ຫງວຽນ​ຟູ​ຈອງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ພົບ​ປະ​ກັບ​ທ່ານ​ຫຼິວສີ​ປາວ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ໂອກາດ​ເດີນທາງ​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ທິດ​ສະ​ດີ​ພັກ​ຈີນ-ຫວຽດນາມ​ຄັ້ງ​ທີ 12.

ທ່ານ​ຫຼິວສີ​ປາວ​ຢືນຢັນ​ວ່າ ຈີນ​ແລະ​ຫວຽດນາມ​ເປັນປະ​ເທດ​ສັງຄົມ​ນິຍົມທີ່​ມີ​ມິດຕະພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ ​ແລະ​ພາຍ​ໃຕ້​ສະຖານະ​ການ​ໃໝ່, ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດນາມ​ຕີ​ລາຄາ​ແລະ​ກຳ​ແໜ້ນ​ສາຍ​ພົວພັນ​ສອງ​ຝ່າຍ​ຈາກ​ລະດັບ​ຍຸດ​ທະ​ສາດ​ແລະແງ່​​ມຸມ​ທີ່ຍາວ​ໄກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍທັງຍຶດໝັ້ນ​ທິດ​ທາງ "ໝັ້ນ​ທ່ຽງ​ຍາວ​ນານ,ຫັນ​ໜ້າ​ສູ່​ອະນາຄົດ,ມິດ​ຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ​ຮ່ວມ​ມື​ຮອບດ້ານ" ​ແລະ​ປະຕິບັດ​ຕາມ​ຈິດ​ໃຈ "​ເປັນ​ເພື່ອນ​ບ້ານ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ,ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຕະຫຼອດ​ໄປ" ທັງຈັດ​ຕັ້ງ​ປະຕິບັດຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ເລຂາທິການ​ໃຫຍ່​ຂອງສອງ​ພັກ​​ໃຫ້​ມີ​ປະສິດທິ​ຜົນ ​ແລະ​ຊຸກຍູ້​ສາຍ​ພົວພັນ​ຈີນ-ຫວຽດນາມ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ,ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຫງວຽນ​ຟູ​ຈອງ​ໄດ້ສົ່ງ​ຄວາມ​ອວຍພອນ​ທີ່​ດີງາມ​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງ ​ແລະ​ຊົມ​ເຊີຍ​ຜົນສຳ​ເລັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 6 ສະ​ໄໝ​ທີ 18ຂອງ​ພັກ​ກອມ​ມູນິດ​ຈີນ ທັງ​ຢືນຢັນ​ວ່າ ຫວຽດນາມ​ຍິນ​ດີ​ຮັດ​ແໜ້ນ​ການ​ໄປ​ມາ​ສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ກັບ​ຈີນ, ລົງ​ເລິກ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ພັກ​ແລະ​ບໍລິຫານ​ລັດ ທັງ​ຊຸກຍູ້​ການ​ການ​ແລກປ່ຽນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເພື່ອ​ປັບປຸງ​ແລະ​ເສີມ​ຂະຫຍາຍ​ມິດຕະພາບ​ຫວຽດນາມ-ຈີນທີ່​ເປັນ​ມູນ​ເຊື້ອ​ແລະ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​​ແໜ້ນ​ແຟ້ນຍິ່ງ​ຂຶ້ນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ