ຄະນະ​ກຳມະການ​ຮ່ວມ​ມື​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຈີນ-ອາ​ຊຽນ​ຢູ່​ແຂວງ​ຊານ​ຕຸ່ງຂອງ​ຈີນ
2016-12-23 17:17:54  cri 
ຄະນະ​ກຳມະການ​ຮ່ວມ​ມື​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຈີນ-ອາ​ຊຽນ​ໄດ້ສ້າງ​ຕັ້ງ​ຂຶ້ນ​ຢູ່​ແຂວງ​ຊານ​ຕຸ່ງ ສປ ຈີນ​ໃນ​ວັນ​ທີ 22 ທັນວາ​ນີ້, ​ໂດຍຄະນະ​ກຳມະການ​ດັ່ງກ່າວ​ຈະ​ສຸມ​ທຸກ​ກຳລັງ​ເພື່ອ​ສ້າງ​ເວທີ​ຮ່ວມ​ມື​ສອງ​ຝ່າຍ​ເພື່ອບັນລຸ​ການເຊື່ອມຕໍ່ກັນ​ແລະ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ. ​ແລະ​ໃນ​ໂອກາດ​ດັ່ງກ່າວ​​ມີ​ຜູ້ຕາງໜ້າ​ຈາກ 10 ປະ​ເທດ​​ໃນອາ​ຊຽນ 60 ທ່ານ​ແລະ​ຜູ້ຕາງໜ້າ​ຈີນລວມທັງ​ໝົດ 200 ກວ່າ​ທ່ານ​​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ຄະນະ​ກຳມະການ​ຮ່ວມ​ມື​ວິ​ສາ​ຫະກິດ​ຈີນ-ອາ​ຊຽນ​ແມ່ນ​ອົງການ​ຮ່ວມ​ມື​ການ​ຄ້າ​ທີ່​ບໍ່​ເປັນ​ທາງ​ການ​ແລະບໍ່​ຫວັງ​ຜົນ​ກຳ​ໄລ​ໂດຍປະກອບມີ​ກຳມະການ 40 ຄົນ​ຈາກ​ຈີນ, ​ໄທ, ຫວຽດນາມ, ຟີ​ລິບ​ປິນ​ແລະ​ອື່ນໆ. ທັງ​ນີ້ສະມາຊິກ​ຄະນະກຳມະການຊຸດທຳ​ອິດ​ທີ່​ປະກອບ​ມີວິ​ສາ​ຫະກິດ​ຈີນ 10 ​ແຫ່ງ​ແລະ​ວິ​ສາ​ຫະກິດ​ອາ​ຊຽນຂະໜາດ​ກາງ​ແລະ​ນ້ອຍ 30 ​ແຫ່ງ. ຈີນ​ແລະ​ອາ​ຊຽນຕ່າງ​ໄດ້​​ແຕ່ງຕັ້ງ​ປະທານຄະນະ​ກຳມະການ​ໜຶ່ງ​ຄົນແລະ​ປະທານ​ບໍລິຫານ​ງານ​ໜຶ່ງ​ຄົນ, ສຳລັບ​ອາ​ຊຽນທີ່​ບໍ່​​ໄດ້​ດຳລົງ​ຕຳ​ແໜ່ງປະທານ​ຄະນະ​ກຳມະການກໍສາມາດ​ແຕ່ງຕັ້ງ​ຜູ້ຕາງໜ້າຄົນ​ໜຶ່ງ​ດຳລົງ​ຕຳ​ແໜ່​ງປະທານບໍລິຫານ​ງານ, ​ແລະ​ຕຳ​ແໜ່​ງຂອງ​ຄະນະ​ກຳມະການ​ຈະ​ປ່ຽນ​ແປງ​ໃນ​ທຸກ 2 ປີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ