ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ ສ້າງຕັ້ງສູນ​ຄົ້ນຄວ້າ​ຫວຽດນາມ
2016-12-23 10:43:46  cri 
    ພິທີ​ເປີດ​ປ້າຍ​ແລະ​ສ້າງຕັ້ງສູນ​ຄົ້ນຄວ້າ​ຫວຽດນາມ​ຂອງ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ ສປ ຈີນ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ເຊົ້າວັນ​ທີ 22 ທັນວາ​ນີ້ ​ໂດຍສູນ​ດັ່ງກ່າວ​ທີ່ສ້າງ​ຂຶ້ນ​ໂດຍ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ ​ແລະມະຫາວິທະຍາ​ໄລ​ວິທະຍາສາດ​ວັດທະນະທຳ​ແລະ​ສັງຄົມ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍຫວຽດນາມນັ້ນ ​ຈະ​ສຸມ​ໃສ່​ຄົ້ນຄວ້າ​​ພາສາ, ວັດທະນະທຳ​ແລະ​ພາກ​ພື້ນ​ຫວຽດນາມ.

    ທ່ານ ​ເພີງ​ລົງ ອະທິການ​ບໍດີ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ​ກ່າວ​ໃນ​ພິທີ​ດັ່ງກ່າວ​ວ່າ, ການ​ສ້າງຕັ້ງສູນ​ຄົ້ນຄວ້າ​ຫວຽດນາມ ຈະ​ຊຸກຍູ້​ການ​ແລກປ່ຽນ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ເຈົ້າໜ້າ​ທີ່​ຂະ​ແໜງ​ການ​ສຶກສາ​ສອງ​ປະ​ເທດ​ຈີນ-​ຫວຽດນາມ ​ແລະ​ເຮັດ​ໃຫ້​ຊາວ​ໜຸ່ມ​ສອງ​ປະ​ເທດ​​ເຂົ້າ​ໃຈ​ກັນຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ. ຂະນະ​ດຽວ​ກັນ, ສູນ​ຄົ້ນຄວ້າ​ດັ່ງກ່າວ​ຈະ​ເພີ່ມ​ທະວີ​ການ​ອົບຮົມ​ແລະ​ແລກປ່ຽນ​ຖັນ​ແຖວ​ຄູ​ອາຈານ, ສ້າງ​ໂອກາດ​ໃຫ້​ນັກ​ສຶກສາ​ປະກອບ​ອາຊີບ​ແລະ​ໄປ​ສຶກສາຢູ່​ແຕ່ລະ​ປະ​ເທດ ​ເພື່ອ​ບັນລຸ​ການ​ນຳໃຊ້​ຊັບພະຍາກອນ​ການ​ສຶກສາ​ຮ່ວມ​ກັນ.

    ທ່ານ ຟາ​ມກວາງ​ມິ​ງ ອະທິການ​ບໍດີ​ມະຫາວິທະຍາ​ໄລ​ວິທະຍາສາດ​ວັດທະນະທຳ​ແລະ​ສັງຄົມ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍຫວຽດນາມ ກ່າວ​ວ່າ, ການ​ສຶກສາ​ແມ່ນ​ວຽກ​ງານ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ປະ​ເທດ​ໜຶ່ງ ​ແລະ​ໃນ​ໂອກາດ​ນີ້ ຂໍ​ສະ​ແດງ​ຄວາມຂອບ​ໃຈ​ຈີນ​ທີ່​ໄດ້​ສະໜັບສະໜູນ​ແລະ​ໃຫ້​ຄວາມ​ສຳຄັນ​ຕໍ່​ຫວຽດນາມ​ໃນ​ການ​ພັດທະນາ​ການ​ສຶກສາ ​ແລະ​ຍິນ​ດີ​ຮ່ວມ​ກັບ​ທ່ານ ​ເພີງ​ລົງ ​ເພື່ອ​ບັນລຸ​ການ​ຮ່ວມ​ມືລະຫວ່າງ​ສອງ​ມະຫາວິທະຍາ​ໄລ​ໃຫ້ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ