ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນລາວ​ພົບ​ປະ​ກັນ
2016-12-24 16:19:52  cri 
ວັນ​ທີ 23 ທັນ​ວາ​ນີ້, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສະ​​ເຫຼີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວໃນ​ໂອກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງທີ​ສອງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງທີ່ໄຂ​ຂຶ້ນຢູ່​ຊຽມຣຽບປະ​ເທດ​ກຳປູ​ເຈຍ​.

ທ່ານ​ຫວາງ​ຢີ້ຊີ້​​ໃຫ້​ເຫັນວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້ມາ, ໝາກຜົນ​ຂອງ​ກອງ​ປະຊຸມຜູ້ນຳ​ຄັ້ງ​ທຳ​ອິດ​ຂອງ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​ຮັບ​ການ​ຈັດ​ຕັ້ງປະຕິບັດ​ຕົວ​ຈິງ​ຢ່າງ​ວ່ອງ​ໄວ. ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເທື່ອ​ນີ້​ຈະ​ທົບ​ທວນຄືນ​ສະພາ​ບການ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື, ວາງ​ແຜນການ​ພັດທະນາ​ຕໍ່ໜ້າ, ​ແລະຊຸກຍູ້​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ​ຂຶ້ນ​ສູ່​ລະດັບ​ໃໝ່​​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ຢ່າງຮອບດ້ານ. ຂະນະ​ດຽວ​ກັນຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ລວມທັງປະ​ເທດ​ລາວ, ສ້າງ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ​ໃຫ້​ເປັນກົນ​ໄກ​ການຮ່ວມ​ມື​​ອະນຸ​ພາກ​ພື້ນ​ແບບ​ໃໝ່ທີ່​ມີ​ລັກສະນະ​ພິ​ເສດ​ຂອງ​ພາກ​ພື້ນ​ແລະ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພາກ​ພື້ນ.

ທ່ານ​ສະ​ເຫຼີ​ມ​ໄຊ ກ່າວ​ວ່າ, ​ເຖິງ​ວ່າ​ກົນ​ໄກການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ​ສ້າງ​ຕັ້ງ​ຂຶ້ນ​ບໍ່​ດົນ, ​ແຕ່​ວ່າ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ມີ​ຜົນງານ​ພົ້ນ​ເດັ່ນ. ລາວ​ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້ປະກອບສ່ວນ​​ເຂົ້າ​ໃນ​ກາ​ນຊ່ວຍ​ເຫຼືອ​ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ, ຍິນ​ດີ​ຮ່ວມ​ມື​ກັບ​ຈີນ​ຢ່າງ​ໃກ້ຊິດ, ຮ່ວມ​ກັນ​ຊຸກຍູ້​ຂະ​ບວນການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ, ສ້າງ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ ​ໃຫ້​ແກ່​ປະຊາຊົນ​ຂອງ​ອະນຸ​ພາກ​ພື້ນ​ນີ້ຫຼາຍ​ກວ່າ​ເກົ່າ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ