4 ປະ​ເທດສຳ​ເລັດ​ການ​ລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດໝາຍຕາມ​ລຳ​ແມ່​ນ້ຳຂອງຄັ້ງທີ 53
2016-12-25 16:21:49  cri 

4 ປະ​ເທດ ຄື ຈີນ, ລາວ, ມຽນມາ ​ແລະ ​ໄທ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ​ໃນ​ການ​ລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ຄັ້ງທີ 53 ​ໃນ​ວັນ​ທີ 23 ທັນວາ​ນີ້ ​ໂດຍ​ການ​ລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດໝາຍ​ເທື່ອ​ນີ້​ໄດ້​ໃຊ້​ເວລາ 4 ມື້ 3 ຄືນ ​ແລະ ມີ​ໄລຍະ​ທາງ 532 ກິ​ໂລ​ແມັດ ​ໂດຍ 4 ປະ​ເທດ​ດັ່ງກ່າວ​ໄດ້​ຮ່ວມ​ສົ່ງ​ເຮືອ​ປະຕິບັດ​ກົດໝາຍ 7 ລຳ, ພະນັກງານປະຕິບັດ​ກົດໝາຍ 190 ກວ່າ​ທ່ານ, ​ຜູ້​ບັນຊາ​ການຂອງ​ແຕ່ລະ​ຝ່າຍ ​​ແລະ​ເຈົ້າໜ້າ​ທີ່​ພົວພັນ ​ເພື່ອ​ຮ່ວມ​ບັນຊາ ​ແລະ ຈັດ​ສົ່ງ​ກຳລັງ​ພະລາທິການ ​ເພື່ອ​ເພີ່ມຄວາມ​ເຂັ້ມງວດ​​ໃນ​ການ​ປະຕິບັດ​ກົດໝາຍ ​ແລະ​​ເປັນ​ການ​ນາບ​ຂູ່ຕໍ່​ພວກ​ບໍ່​ຫວັງ​ດີ.

ຂ່າວ​ແຈ້ງ​ອີກ​ວ່າ, ກອງ​ເຮືອປະຕິບັດ​ກົດໝາຍ​ໄດ້ແລກປ່ຽນ​ວັດທະນະທຳ​ຢູ່​ຈຸດປະສານ​ງານ​ໃນກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນນານ ສປ ຈີນ ​ແລະ ​ເມືອງ​ນາໝໍ້ ສປປ ລາວ ທັງ​ໄດ້​ຮ່ວມດຳ​ເນີນ​ການກວດກາ, ຢ້ຽມຢາມ​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ​ໂຄສະນາ​ການປາບ​ປາມ​ຢາ​ເສບ​ຕິດ ຢູ່​ເຂດນ້ຳ​ໃນເຂດ​ສາມຫຼ່ຽມຄຳ​ ​ແລະ ​ເມືອງນາ​ໝໍ້​ເປັນຕົ້ນ.

ຫຼັງ​ໄດ້​ພະຍາຍາມ​ຮ່ວມ​ເປັນ​ເວລາ​ເກືອບ 5 ປີ, ກາ​ນລາດຕະ​ເວນ​ປະຕິບັດ​ກົດໝາຍ​ຕາມ​ລຳ​ແມ່​ນ້ຳຂອງ​ມາດ​ຮອດ​ປັດຈຸບັນ​ໄດ້​ກາຍ​ເປັນ​ປະ​ເພນີ​ແລ້ວ​ ​ໂດຍ 4 ປະ​ເທດ​ດັ່ງກ່າວ​ມີ​ການ​ແລກປ່ຽນ​ກັນນັບ​ມື້​ນັບ​ໜັກ​ແໜ້ນ, ການຮ່ວມ​ມື ​ແລະ ຮູບ​ແບບ​ການ​ປະຕິບັດ​ກົດໝາຍ​ກໍໄດ້​ເຂົ້າສູ່​ລວງ​ເລິກ ​ແລະ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ສົ່ງ​ຜົນ​ເຮັ​ດ​ໃຫ້ການ​ເຄື່ອນ​ໄຫວທີ່​ລະ​ເມີດ​ກົດໝາຍ​ແລະ​ຕ້ອງ​ໂທດ​ຂ້າມ​ຊາດ ​ເປັນຕົ້ນ ການ​ຄ້າຂາຍ​ເຖື່ອນ, ລັກລອບ​ຂ້າມ​ຊາຍ​ແດນ, ການກໍ່ການ​ຮ້າຍ, ​ຄ້າຂາຍ​ຢາ​ເສບ​ຕິດ ​ແລະ ອາວຸດປືນ ຢູ່​ເຂດ​ລ່ອງ​ແມ່​ນ້ຳຂອງ ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ