ນາຍົກ​ຈີນ​ເນັ້ນ​ປະດິດສ້າງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເພື່ອ​ຊຸກຍູ້​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ
2016-12-26 10:34:37  cri 
ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ​ຫຼີ​ເຄີ​ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ນາຍົກລັດຖະມົນຕີຈີນ​​ໄດ້ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ພິຈາລະນາ​ແລະ​ຮັບຮອງ​​ແຜນ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະໜາດ​ໃຫຍ່ 5 ປີ​ຄັ້ງ​ທີ 13 ​ເພື່ອກຳນົດ​ວຽກ​ງານ​ຊຸກຍູ້​ການ​ພັດທະນາ​ພາກດັ່ງກ່າວຕື່ມ​ອີກ. ທ່ານ​ຫຼີ​ເຄີ​ສຽງ​ກ່າວ​ວ່າ: ​ເຂດ​ພາກ​ຕາ​ເວັນ​ຕົກ​ເປັນ​ຈຸດ​ສຸມ​ທີ່​ປະສົບ​ຄວາມຫຍຸ້ງຍາກ​ໃນ​ການ​ສ້າງ​ສັງຄົມ​ອີ່ມໜຳສຳລານ​ໃຫ້​ສຳ​ເລັດ​ຮອບດ້ານ, ​ແຕ່​ແນວ​ໃດ​ກໍ​ດີ,ຖ້າ​ຢາກ​ພັດທະນາ​ພາກ​ດັ່ງກ່າວຕ້ອງ​ອີງ​ໃສ່​ການ​ປະດິດ​ສ້າງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເພື່ອ​ເພີ່ມ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ທັງ​ເນັ້ນ​ວ່າ ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຕ້ອງ​ເນັ້ນສົ່ງ​ເສີມ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ເພີ່ມ​ຄວາມຮັກ​ມີ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ.

ທ່ານ​ຫຼີ​ເຄີ​ສຽງ​ຍັງ​ຊີ້​ໃຫ້​ເຫັນ​ວ່າ​: ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຕ້ອງ​ອີງ​ໃສ່​ການ​ປະດິດ​ສ້າງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເພື່ອ​ເພີ່ມ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ, ຂະນະ​ທີ່​ສູນ​ກາງ​ແລະ​ພາກ​ຕາ​ເວັນ​ອອກຈະ​ເພີ່ມ​ທະວີ​ການ​ສະໜັບສະໜູນ. ນອກ​ນີ້​ກໍຄວນ​ສືບຕໍ່​ລົງ​​ເລິກ​ປະ​ຕິຮູບ​ ​ຂົງ​ເຂດ​ສຳຄັນ​ເປັນຕົ້ນ, ຂັ້ນ​ຕອນ​ບໍລິຫານ​ຕ້ອງກະທັດ​ຮັດ,ປັບປຸງ​ການ​ບໍລິການ​ໃຫ້ດີ​ຂຶ້ນ​ແລະ​ອື່ນໆ,ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ແລະ​ມາດ​ຕະການ​ຫຼຸດ​ພາສີ​ແລະ​ຄ່າ​ທຳນຽມ​ເພື່ອ​ດຶງ​ດູດ​ທຶນ​ປະ​ເພດ​ຕ່າງໆ​ໂດຍ​ສະ​ເພາະ​ທຶນ​ຂອງ​ພາກເອກະ​ຊົນ​ມີ​ສ່ວນ​ຮ່ວມ​ໃນ​ການກໍ່ສ້າງ​ພາກ​ຕາ​ເວັນ​ຕົກ.

ປັດຈຸບັນ,ຈີນ​ມີ​ເຂດ​ການ​ຄ້າ​ເສລີ 11 ​​ແຫ່ງ ​ໃນ​ນີ້​ 3 ​ແຫ່ງ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ. ຈາກ​ນີ້,ທ່ານ​ຫຼີ​ເຄີ​ສຽງ​ຈິ່ງ​ໄດ້ຢືນຢັນ​ວ່າ ການຈັດ​ສັນ​ດັ່ງກ່າວ​ນີ້​ກໍ​ເພື່ອ​​ເຮັດ​ໃຫ້ພາກ​ຕາ​ເວັນ​ຕົກ​ປະສົບ​ຜົນ​ສຳ​ເລັດ​ໃນ​ດ້ານ​ປະດິດ​ສ້າງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ