ໝາກໄມ້ພູພຽງການຊູ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ
2016-12-26 11:39:12  cri 

ຕາມຂ່າວ CRI: ພູພຽງທີ່ແຂວງການຊູກາຍເປັນເຂດໜຶ່ງທີ່ສຳຄັນໃນການຜະລິດໝາກໂປມຂອງຈີນ, ຈາກການໄດ້ຮັບຜົນຢ່ຜະລິດສູງໃນປີນີ້ຈິ່ງກາຍເປັນທີ່ນິຍົມຊົມຊອບຈາກ 30 ກວ່າປະເທດແລະເຂດແຄວ້ນທີ່ຢູ່ລຽບຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ເຊັ່ນ: ອິນເດຍ, ໄທ, ອາຣັບເອມີເລດ, ຊາອຸດິດອາຣາບີ, ມຽນມາ ແລະຣັດເຊຍເປັນຕົ້ນ ໂດຍເຫັນໄດ້ຈາກປະລິມານສົ່ງອອກໄດ້ເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ປີຜ່ານມາ, ໃນນັ້ນ ໝາກໂປມສົດກວມ 95% ຂອງໝາກໄມ້ທີ່ສົ່ງອອກຂາຍນອກ.

ພະແນກກວດກາພະຍາດຂາເຂົ້າຂາອອກແຂວງການຊູ່ໃຫ້ຮູ້ວ່າ, ມາຮອດວັນທີ 30 ພະຈິກຜ່ານມາ, ແຂວງການຊູໄດ້ສົ່ງໝາກໄມ້ອອກເຖິງ59,800 ໂຕນ ແລະບັນລຸມູນຄ່າການສົ່ງອອກ 65 ລ້ານ 1 ແສນ 3 ໝື່ນໂດລາ ເພີ່ມຂຶ້ນຫຼາຍກວ່າລະດັບສະເລ່ຍຂອງທົ່ວປະເທດຈີນຢ່າງຫຼວງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ