ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສານສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ທ່ານ​ປູ​ຕິນ​ຫຼັງ​ເກີດເຫດການ​ຍົນ​ທະຫານຣັດ​ເຊຍ​ຕົກ
2016-12-26 14:37:40  cri 

ວັນ​ທີ 26 ທັນວາ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ປະທານປະ​ເທດ ສປ ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ ​ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ກ່ຽວ​ກັບ​ເຫດການ​ຍົນ​ທະຫານຣັດ​ເຊຍ​ຕົກ.

​ໃນ​ເນື້ອ​ໃນ​ສານ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ​ເມື່ອ​ຊາບອຸບັດ​ເຫດຍົນ​ທະຫານ​ຕົກ​ຢູ່​ເຂດ​ທະ​ເລ​ໃກ້​ເມືອງ​ໂຊ​ຊີ​ໃນ​ວັນ​ທີ 25 ທັນວານີ້ ​​ເປັນ​ເຫດ​ເຮັດ​ໃຫ້​ຜູ້​ໂດຍສານ ​ແລະຈຸ​ການບິນ​ປະສົບ​ເຄາະ​ຮ້າຍ, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ລັດຖະບານ ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈທີ່​ສຸດຕໍ່​ເຫດການ​ດັ່ງກ່າວ ​ແລະ​ຂໍ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຕໍ່​ຜູ້​ທີ່​ປະສົບ​ເຄາະ​ຮ້າຍລວມທັງ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່ຄອບຄົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ດ້ວຍ​ຄວາມ​ຈິງ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ