ປີ 2017 ຈີນ​ຈະ​ສ້າງ​ທາງ​ດ່ວນ​ໃໝ່​​ໃຫ້​ໄດ້ 5 ພັນ​ກິ​ໂລ​ແມັດ
2016-12-26 17:09:39  cri 

ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ຂອງ​ຈີນ​ໄດ້​ຕັ້ງ​ເປົ້າ​​ໃນ​ປີ 2017 ພັດທະນາ​ລະບົບ​ຄົມມະນາຄົມທາງບົກ ​ແລະ​ທາງ​ນ້ຳ​​ໂດຍ​ຈະ​ລົງທຶນ​​ເຖິງ 1800 ຕື້​ຢວນ ​ເພື່ອ​ກໍ່ສ້າງ​ທາງ​ດ່ວນ​ໃໝ່ 5 ພັນ​ກິ​ໂລ​ແມັດ,ສ້ອມ​ແປງ​​ເສັ້ນທາງ​ໃນ​ຊົນນະບົດ 2 ​ແສນ​ກິ​ໂລ​ແມັດ,ປູ​ຄອນ​ກຣິດ​ເສັ້ນທາງ​ໄປ​ສູ່​ບ້ານ​ເຂດ​ຫ່າງ​ໄກ​ສອກຫຼີກ 7 ພັນ​ບ້ານ, ສ້າງ​ທາງ​ນ້ຳ​​ເພື່ອ​ຍົກລະດັບ​ການ​ແລ່ນ​ເຮືອ​ໄດ້​ໃນ​ໄລຍະ 500 ກິ​ໂລ​ແມັດ, ສ້າງ​​ເສັ້ນທາງ​ໃຫ້​ລົດ​ເມ​ສາມາດແລ່ນ​ເຂົ້າ​ເຖິງ 4000 ບ້ານ.
ຂ່າວ​ແຈ້ງວ່າ, ປີ​ໜ້າ ຂະ​ແໜງ​ການຄົມະ​ມນາ​ຄົມ​ຂອງ​ຈີນ​ຈະ​ເນັ້ນຊຸກຍູ້​ການ​ປະຕິ​ຮູບລະບົບຄົມມະນາຄົມ​ຂົນ​ສົ່ງ, ທັງ​ເນັ້ນ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່​ພັດທະນາ​ແລ້ວ, ​ລວມທັງ​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມືສາກົນ​ສອງ​ຝ່າຍ ​ແລະ​ຫຼາຍ​ຝ່າຍ​ໃຫ້ສົມບູນ​ຂຶ້ນ​ຕື່ມ, ຊຸກຍູ້​ໃຫ້​ປະຕິບັດ​ສັນຍາ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ​ແລະ​ຜ່ານ​ຊາຍ​ແດນລະຫວ່າງ​ຈີນ-​ມົງ​ໂກ​ລີ-ຣັດ​ເຊຍ, ຈີນ-​ກາ​ຊັກ​ສະຖານ-ຣັດ​ເຊຍ ​ແລະ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ເພື່ອ​ສ້າງ​ຕາໜ່າງ ຄົມມະນາຄົມ​ສາກົນ​ໃຫ້​ຄົບ​ຖ້ວນ​ສົມ​ບູນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ