ທີ​ມງານປີນພູ​ຂອງ​ມະຫາວິທະຍາ​ໄລ​ທໍລະນີ​ສາດ​ຈີນ​ປີນ​ຂຶ້ນ​ຍອດພູ Vinson Massif ທີ່​ສູງ​ສຸດ​ຢູ່​ຂົ້ວ​ໂລກ​ໃຕ້
2016-12-26 17:11:40  cri 
ໃນ​ເວລາ 6 ​ໂມງ​ຂອງວັນ​ທີ 25 ທັນວາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທີ​ມງານ​ປີນ​ພູ​ຂອງ​ມະຫາວິທະຍາ​ໄລ​ທໍລະນີ​ສາດ​ຈີນ​ໄດ້​ສົ່ງ​ຂໍ້ຄວາມຜ່ານ​ທາງ​ໂທລະສັບ​ດາວ​ທຽມ​ທາງ​ທະ​ເລວ່າ, ທີ​ມງານຂອງ​ຕົນໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກນາໆ​ປະການ​ໂດຍ​ສະ​ເພາະ​ດິນ​ຟ້າ​ອາກາດ​ທີ່​ຮຸນ​ແຮງ​ແລະ​ຄວາມ​ໜາວ​ເຢັນ​ໂດຍໄດ້​ຍ່າງ​ໄປ​​ເຖິງຈຸດ​ຂົ້ວ​ໂລກ​ໃຕ້​ຂອງ​ທະວີບ​ຂົ້ວ​ໂລກ​ໃຕ້​ທີ່​ມີ​ຫະຕິ​ຕົກ ແລະ​ໃນ​ວັນ​ທີ 14 ທັນວ​ານີ້, ກໍໄດ້​ປີນ​ຂຶ້ນ​ຍອດພູວິນ​ຊອນ(Vinson Massif) ​ເຊິ່ງ​ເປັນ​ຍອດພູທີ່​ສູງ​ສຸດ​ຢູ່​ຂົ້ວ​ໂລກ​ໃຕ້ຢ່າງ​ສຳ​ເລັດ​ຜົນ.

ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ​ທີ​ມງານ​ປີນ​ພູ​ຂອງ​ມະຫາວິທະຍາ​ໄລ​ທໍລະນີ​ສາດ​ຈີນ​ໄດ້ປະສົບ​ຜົນ​ສຳ​ເລັດ​ໃນ​ການ​ປີນ​ຂຶ້ນ​ພູ​ທີ່​ສູງ​ສຸດ​ໃນ 7 ​ທະວີບຂອງ​ໂລກ ​ແລະ ຍ່າງ​ໄປ​ເຖິງ​ຈຸດ​ຂົ້ວ​ໂລກ​ເໜືອ,ຈຸດ​ຂົ້​ວ​ໂລກ​ໃຕ້​ຢ່າງ​ສຳ​ເລັດ​ຜົນ.

ທີ​ມງານ​ດັ່ງກ່າວ​ໄດ້​ສຳ​ຫຼວດ​ແລະ​ກວດກາ​ສະ​ພາບ​ການ​ເຄື່ອນ​ໄຫວ​​ແລະ​ລັກສະນະ​ທໍ​ລະ​ນີສາດໜ້າດິນ​ຂອງ​​ໂລກຢູ່​ໃກ້​ຈຸດ​ຂົ້ວ​ໂລກ​ໃຕ້​ ​ເຊິ່ງ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຄົ້ນຄວ້າ​ການ​ເຄື່ອນ​ໄຫວ​ຂອງເປືອກ​ໂລກ​ໃນ​ປັດຈຸບັນກໍ​ຄືການ​ປົກ​ຄຸມ​ນ້ຳກ້ອນໃນ​ຂອບ​ເຂດທາງ​ບົກ​ແລະວິທະຍາ​ພະລັງ​ດັນຂອງ​ຂົ້ວ​ໂລກ​ໃຕ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ