ຈີນ​ວາງ​ກົດໝາຍ​ວ່າ​ດ້ວຍ​ການແພດ​ພື້ນ​ເມືອງສະບັບ​ທຳ​ອິດ
2016-12-26 17:13:24  cri 
ກອງ​ປະຊຸມ​ຄັ້ງ​ທີ 25 ຂອງຄະນະ​ປະຈຳ​ສະພາ​ຜູ້​ແທນ​ປະຊາຊົນ​​ແຫ່ງ​ຊາດຈີນຊຸດ​ທີ 12 ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 25 ທັນວາ​ນີ້ ​ໂດຍ​ໄດ້​ລົງ​ປະຊາ​ມະຕິຮັບຮອງ "ກົດໝາຍ​ວ່າ​ດ້ວຍການ​ແພດ​ພື້ນ​ເມືອງ​ຈີນ" ​ເຊິ່ງ​ເປັນ​ກົດໝາຍ​ສັງ​ລວມທີ່​ສະ​ແດງ​ໃຫ້​ເຫັນ​ເຖິງຈຸດ​ພິ​ເສດ​ຢາ​ພື້ນ​ເມືອງ​ຈີນຢ່າງຮອບດ້ານ​ແລະ​ເປັນ​ລະບົບ​ສະບັບ​ທຳ​ອິດ ເພື່ອ​ປົກ​ປັກ​ຮັກສາ,ສະໜັບ​ສະ​ໜູນ​ແລະ​ພັດທະນາ​ຢາ​ພື້ນ​ເມືອງ​ຈີນ ​ແລະ​ ​ເປັນຂີດ​ໝາຍ​ທາງ​ປະ​ຫວັດ​ສາດ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ການ​ແພດ​ພື້ນ​ເມືອງ​ຈີນ.

ກົດໝາຍ​ວ່າ​ດ້ວຍ​ການແພດ​ພື້ນ​ເມືອງ​ຈີນ​ສະບັບ​ດັ່ງກ່າວ​ໄດ້ອຳນວຍ​ຊ່ອງ​ທາງ​​ແກ້​ໄຂ​ບັນຫາ​ຈຸດ​ສຸມ​ແລະ​ຂໍ້​ຫຍຸ້ງຍາກ​ຕ່າງໆ​ທີ່​ມີ​ຄວາມ​ຈຳກັດ​ຕໍ່​ກາ​ນພັດທະນາ​ການ​ແພດ​ພື້ນ​ເມືອງ​ຈີນ​ໃນ​ປັດຈຸບັນ​ຈາກ​ຫຼາຍ​ດ້ານ​ເຊັ່ນ: ການ​ປົກ​ປັກ​ຮັກສາ​ແລະ​ພັດທະນາ​ການ​ແພດ​ພື້ນ​ເມືອງ​ຈີນ, ການ​ບຳລຸງ​ສ້າງ​ບຸກຄະລາ​ກອນ, ການ​ຄົ້ນຄວ້າ​ວິທະຍາສາດ, ການ​ສືບ​ທອດ​ແລະ​ເຜີຍ​ແຜ່​ວັດທະນະທຳ​​ການ​ແພດ​ພື້ນ​ເມືອງ​ຈີນ​ເປັນ​ຕົ້ນ. ​ໃນ​ເວລາ​ດຽວ​ກັນ, ກົດໝາຍ​ດັ່ງກ່າວ​ຍັງ​ໄດ້​ເພີ່ມ​ທະວີ​ການ​ຕິ​ດຕາມ​ແລະ​ຄຸ້ມ​ຄອງ​ຕໍ່​ການ​ແພດ​ພື້ນ​ເມືອງ​ຈີນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ