ຈີນ​ຈະ​ໃຊ້​ງົບປະມານ 45 ຕື້​ຢວນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ອັກຄີ​ໄພ​ປ່າ​ໄມ້
2016-12-26 16:21:39  cri 
    ອົງການ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ແຈ້ງ​​ວ່າ, ກ່ອນ​ໜ້າ​ນີ້​ບໍ່​ດົນ, ລັດຖະບານ​ໄດ້​ອະນຸມັດ​ແຜນການ​ປ້ອງ​ກັນ​ອັກຄີ​ໄພ​ປ່າ​ໄມ້​ແຫ່ງ​ຊາດ ​ໂດຍ​ຈະ​​ໃຊ້​ງົບປະມານ​ 45 ຕື້​ກວ່າ​ຢວນ​ໃນ 10 ປີ​ຕໍ່ໜ້າສຳລັບ​ແຜນການ​ນີ້.

    ຜູ້​ຮັບຜິດຊອບ​ອົງການ​ປ່າ​ໄມ້​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ, ຕາມ​ແຜນການ​ດັ່ງກ່າວ, ​ ຈະ​ສຸມ​ໃສ່ 6 ໜ້າ​ທີ່​ສຳຄັນ​ຄື: ລະບົບ​ຕິດຕາມເຕືອນ​ອັກຄີ​ໄພ​ປ່າ​ໄມ້, ລະບົບ​ໂທລະ​ຄົມ​ແລະ​ບັນຊາ, ຄວາມ​ສາມາດ​ຂອງ​ເຈົ້າໜ້າ​ທີ່​ດັບ​ເພີງ​ປ່າ​ໄມ້, ການ​ດັບ​ເພີງ​ປ່າ​ໄມ້​ທາງ​ອາກາດ, ລະບົບ​ກັນ​ໄຟ​​ໄໝ້​ປ່າ ​ແລະ​ເສັ້ນ​ທາງ​ສຸກ​ເສີນ​ປ້ອງ​ກັນ​ໄຟ​ໄໝ້​ປ່າ.

    ຕາມ​ສະຖິຕິ ​ສະ​ເລ່ຍ​ປີໜຶ່ງ, ​ເນື້ອ​ທີ່​ປ່າ​ໄມ້​ທີ່​ຖືກ​ໄໝ້, ຈຳນວນ​ຄົນ​ທີ່​ເສຍ​ຊີວິດ​ແລະ​ບາດ​ເຈັບ​ໃນ​ທົ່ວ​ປະ​ເທດ​ໃນ​ໄລຍະ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງທີ 12 ​ໄດ້ຫຼຸດລົງ 59%, 85% ​ແລະ 48% ຕາມ​ລຳດັບ​ເມື່ອ​ທຽບ​ໃສ່​ໄລຍະ​ປະຕິບັດ​ແຜນການ 5 ປີ​ຄັ້ງທີ 11 ​ເຊິ່ງອັດຕາ​ຖືກ​ໄຟ​ໄໝ້​ປ່າ​​ສາມາດ​ຄວບ​ຄຸມ​​​ໃຫ້​ຕ່ຳ​ກວ່າ 1 ສ່ວນ​ພັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ