ຈີນ​ນຳ​ໜ້າ​ໂລກ​ດ້ານການ​ຄ້າ​ອອນ​​ໄລຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​​ນ້ອຍ​
2016-12-27 11:55:08  cri 

ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ມາ​ນີ້ ບໍລິສັດ ​ເຟ​ເດ​ສ​ ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານເລື່ອງ: ການ​ຄ້າ​ທົ່ວ​ໂລກ​ໃນ​ເສດຖະກິດ​ດີ​ຈີ​ຕອນ: ​ໂອກາດ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ ​ໂດຍ​ຊີ້ໃຫ້​ເຫັນ​ວ່າ ການ​ຄ້າ​ອອນ​ໄລໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​ທົ່ວ​ໂລກ​​ເຕີບ​ໂຕ.​ ​​ແຕ່​ທີ່​ພົ້ນ​ເດັ່ນ​ຄື ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະນ້ອຍ​ຂອງ​ຈີນ​ໄດ້​ຢູ່​ນຳ​ໜ້າ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ພາກພື້ນ​ອາຊີ​ປາ​ຊິກ​ຟິກ​ແລະ​ທົ່ວ​ໂລກ​ໃນການ​ນຳ​ໃຊ້​ການ​ຄ້າ​ອອນ​ໄລ ​ແລະ​ຊ່ອງ​ທາງ​ດີ​ຈີ​ຕອນ.
ບົດ​ລາ​ຍງານ​ດ່ັງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ຢູ່​ແຜ່ນດິນ​ໃຫຍ່​ຈີນ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ທີ່​ຮັບ​ການ​ສຳພາດ​ 97%​ ​ໄດ້ຂາຍ​ຜະລິດ​ຕະພັນ​ຂອງ​ຕົນ​ໄປ​ສູ່​ຕະຫຼາດ​ອື່ນ​ດ້ວຍ​ການ​ຄ້າ​ອອນ​ໄລ ​ເຊິ່ງສູງ​ກວ່າອັດຕາ​ສ່ວນ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ແລະ​ທົ່ວ​ໂລກ​ເຖຄງ 80%  ​ໂດຍ 59% ຂອງ​ຍອດ​ມູນ​ຄ່າ​ລາຍ​​ໄດ້​ຂອງ​ວິ​ສາ​ຫະກິດ​ເຫຼົ່າ​ນີ້​ມາ​ຈາກ​ການ​ຄ້າ​ສົ່ງ​ອອກ. ​ໃນ​ນັ້ນ 3 ຕະຫຼາດ​ໃຫຍ່ຂອງ​ວິ​ສາ​ຫະກິດ​ຈີນ​ທີ່​ໃຫ້​ສຳພາດ​ນັ້ນ​​ແມ່ນ ອິນ​ເດຍ, ປາ​ກິ​ສະຖານ ​ແລະ​ຍີ່​ປຸ່ນຄື​ຕະຫຼາດ​ນຳ​ເຂົ້າ​ສິນຄ້​າ, ສ່ວນປະ​ເທດ​ທີ່​ພວມ​ພັດທະນາ​ແມ່ນ​ທາງ​​ເລືອກ​ທີ່​ພິຈາລະນາ​ກ່ອນ​ໝູ່​ຂອງບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ