ໃນ​ດ້ານ​ການ​ດຶງ​ດູດ​ທຶນ​ປະ​ເທດ ຈີນ​ເປັນອັນ​ດັບ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ພວມ​ພັດທະນາ​
2016-12-27 12:01:31  cri 

ຕາມ​ຂ່າວ CRI: ຕົວ​ເລກ​ຫຼ້າສຸດ​ທີ່​ກະຊວງ​ການ​ຄ້າ​ຈີນ​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄາດ​ວ່າ​ໃນ​ຕະຫຼອດ​ປີ 2016 ​ໂດ​ຍບໍ່​ລວມຂົງ​ເຂດ​ທະນາຄານ, ຫຼັກ​ຊັບ ​ແລະ​ການ​ປະກັນ​ໄພ​ແລ້ວ, ຈີນ​ໄດ້​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ຈຳນວນ 785 ຕື້​ຢວນ, ​ເປັນອັນ​ດັບ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ພວມ​ພັດທະນາ​ໃນ 25 ປີ​ມາ​ນີ້. ​ໃນ​ຂະນະ​ທີ່​ຂະໜາດ​ຂອງທຶນ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ​ໂຄງ​ປະກອບ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ຂອງ​ຈີນ​ກໍ່​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເລຶ້ອຍໆ ​ໄດ້​ຈາກ​ຂະ​ແໜງ​ການ​ຜະລິດ​ດັ່ງ​ເດີມ​ຫັນ​ໄປ​ສູ່​ຂະ​ແໜງ​ການ​ຜະລິດທີ່​ມີ​ລະດັບ​ສູງ ​ແລະ​ຂະ​ແໜງ​ການ​ບໍລິການ​ທັນ​ສະ​ໄໝ.

ຜົນ​ການ​ສຳ​ຫຼວດຫຼ້າສຸດ​ຂອງ​ສະພາ​ສົ່ງ​ເສີມ​ການ​ຄ້າ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃຫ້​ເຫັນ​ວ່າ, ​ປີ​ນີ້ ​ແລະ​ປີໜ້າ ຈີນ​ຍັງ​ຈະ​ສືບ​ຕໍ່​ຢູ່​ໃນ​ອັນ​ດັບ​ໜຶ່ງ​ໃນ​ການຈັດ​ອັນ​ດັບ​ປະ​ເທດ​ທີ່​ເປັນ​ຈຸດໝາຍ​ປາຍທາງ​ການ​ລົງທຶນ​ທີ່​ມີ​ອະນາຄົດ​ດີ​ທີ່​ສຸດ​ໃນ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ