ຮອດ​ປີ 2020 ຂະ​ແໜງ​ການທ່ອງທ່ຽວຈີນ​ຈະ​ບັນລຸ​ການ​ສ້າງລາຍ​ໄດ້ 7 ພັນ​ຕື້​ຢວນ
2016-12-27 15:54:08  cri 

ຫວ່າ​ງມໍ່ໆ​ນີ້ ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈີນ​ໄດ້​ປະກາດ​ແຜນ​ພັດທະນາ​ໃນ​ໄລຍະ​ປະຕິບັດ​ແຜນ​ພັດທະນາ 5 ປີ​ຄັ້ງ​ທີ 13 ​ໂດຍຮອດ​ປີ 2020, ຕະຫຼາດການທ່ອງທ່ຽວ​ຂອງ​ຈີນ​ຈະດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້ເຖິງ 6 ຕື້ 700 ລ້ານ​ເທື່ອ​ຄົນ ​ແລະ​ຈະ​ສາມາດ​ສ້າງລາຍ​ຮັບ​ຈາກ​ການທ່ອງທ່ຽວ​ເຖິງ 7 ພັນ​ຕື້​ຢວນ ​ແລະ​ຕ້ອງການ​ລົງທຶນ​ເຖິງ 2 ພັນ​ຕື້​ຢວນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງ​ກາວ.

​ໃນ​ແຜນ​ດັ່ງກ່າວ​ໄດ້ຍົກ​ໃຫ້​ເຫັນ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ສ້າງ​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ​ທະ​ເລ​ທີ່​ທະ​ເລ​ຈີນ​ໃຕ້ ​ໂດຍ​ຖື​ເອົາ​​ເມືອງ​ຫາຍ​ໂຄ​ວ ​ເມືອງ​ຊານ​ຢ້າ ​ແລະ​ເມືອງ​ຊ່ານ​ຊາ​ເປັນ​ໃຈກາງ ​ເພື່ອຊຸກຍູ້​ການທ່ອງທ່ຽວ​ຢູ່​ທະ​ເລ​ຈີນ​ໃຕ້ ​ແລະສ້າງ​ເປັນ​ຈຸດໝາຍ​ປາຍທາງ​ການທ່ອງທ່ຽວ​ທາງ​ທະ​ເລ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ໂລກ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ