ປີ​ນີ້ ຈີນ​ມີທາງ​ດ່ວນ​​ເພີ່ມ​ຂຶ້ນ​ເປັນ 1 ​ແສນ 3 ໝື່ນກວ່າ​ກິ​ໂລ​ແມັດ
2016-12-27 10:48:10  cri 

​​ປີນີ້, ຈີນ​ບັນລຸ​ການ​ກໍ່ສ້າງທາງ​ດ່ວນ​​ໃໝ່​ເພີ່ມ​ຂຶ້ນອີກກວ່າ 6.000 ກິ​ໂລ​ແມັດ, ຈາກ​ນີ້, ​ຈຶ່ງ​ເຮັດ​ໃຫ້ໄລຍະທາ​ງດ່ວນ​​ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ​ເປັນ 1 ​ແສນ 3 ໝື່ນ​ກວ່າ​ກິ​ໂລ​ແມັດ. ​ເວົ້າລວມ​ແລ້ວ, ພື້ນຖານ​ໂຄງ​ລ່າງ​ການ​ຄົມມະນາຄົມ​ໄດ້​ມີ​ການ​ຂະຫຍາຍຕົວ, ການ​ກໍ່ສ້າງ​ທາງ​ດ່ວນ ​ແລະ ການ​ຍົກ​ລະດັບ​ທາງຫຼວງທຳ​ມະ​ດາ​ສາຍຫຼັກ​ໄດ້​ເລັ່ງ​ໄວ​ຂຶ້ນ, ການ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເລື້ອຍໆ.

ທ່ານຫຼີສຽວ​ເຜິ​ງ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​-ຂົນ​ສົ່ງຈີນ ​ໄດ້​​ເນັ້ນ​ໃນ​ກອງ​ປະຊຸມ​ວຽກ​ງານ​ຄົມມະນາຄົມ-ຂົນ​ສົ່ງ​ທົ່ວ​ປະ​ເທດ​ປີ 2017 ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 26 ທັນວາ​ນີ້​ວ່າ: ປີ​ນີ້, ກະຊວງ​ຕົນ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງ​ລະບົບ​ຄວາມ​ປອດ​ໄພ​ດ້ານ​ການ​ຄົມມະນາຄົມ-ຂົນ​ສົ່ງ​ຢ່າງຮອບດ້ານ ​ໂດຍ​ສາມາດ​ເຮັດ​ໃຫ້ທາງຫຼວງ​ຮັບປະກັນ​ຄວາມ​ປອດ​ໄພ​ເຖິງ 6 ໝື່ນ​ກິ​ໂລ​ແມັດ. ພ້ອມ​ນີ້ ກໍ​ສາມາດ​ແກ້​ໄຂ​​ຄວາມ​ອັນຕະລາຍຂອງ​ຂົວ 2.500 ​ແຫ່ງ, ​ແກ້​ໄຂ​ໄພ​ທໍລະນີ​ສາດຕາ​ມທາງຫຼວງ 75 ​ແຫ່ງ, ສຳ​ເລັດ​ການ​ກວດກາ​ແລະວັດ​ແທກສະພາບທາງຫຼວງລະດັບ​ຊາດ​ 26.500 ກິ​ໂລ​ແມັດ ​ແລະ ຂົວ, ທາງ​ອຸມົງທີ່ສຳຄັນ 50 ​ແຫ່ງ ພ້ອມ​ດ້ວຍ​ໂຄງການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ເຮືອ​ຕາມ​​ແມ່​ນ້ຳ​ທີ່​ສຳຄັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ