ຈີນ​ເຜີຍ​ແຜ່​ປື້​ມປົກ​ຂາວ "ການບິນ​ອະວະກາດ​ຈີນ​ປີ 2016"
2016-12-27 15:50:37  cri 

ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປື້​ມປົກ​ຂາວ "ການບິນ​ອະວະກາດ​ຈີນ​ປີ 2016" ​ໃນ​ວັນ​ທີ 27 ທັນວາ​ນີ້ ​ເຊິ່ງປື້​ມດັ່ງກ່າວ​ປະກອບ​ດ້ວຍ 5 ພາກ ຄື ຈຸດປະສົງ, ວິ​ໄສ​ທັດ ​ແລະ ຫຼັກການ​ຂອງການ​ພັດທະນາ, ຄວາມ​ຄືບ​ໜ້າ​​​ໃນໄລຍະ​ແຕ່​ປີ 2011 ​ເປັນຕົ້ນມາ, ໜ້າ​ທີ່​ຕົ້ນຕໍ​ໃນ 5 ປີ​ຕໍ່ໜ້າ, ນະ​ໂຍບາຍ​ແລະ​ມາດ​ຕະການ​ການ​ພັດທະນາ ​ແລະ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ສາກົນ.

ປື້​ມປົກ​ຂາວ​ລະບຸ​ວ່າ: ລັດຖະບານ​ຈີນ​ຖື​ເອົາ​ການ​ພັດທະນາ​ພາລະກິດ​ການບິນ​ອະວະກາດ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາ​ໂດຍ​ລວມ​ແຫ່ງ​ຊາດ ​ແລະ​ຍຶດໝັ້ນການຊອກ​ຄົ້ນ​ແລະ​ປະຍຸກໃຊ້ອະວະກາດ​ຊັ້ນນອກ​ໃນ​ທາງ​ສັນຕິພາບ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ປື້​ມປົກ​ຂາວ ຊີ້​​ໃຫ້​ເຫັນວ່າ: ນັບ​ແຕ່​ປີ 2011 ​ເປັນຕົ້ນມາ, ພາລະກິດ​ການບິນ​ອະວະກາດ​ຈີນ​ໄດ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ, ຄວາມ​ສາມາດ​ການ​ປະດິດ​ສ້າງ​ໃໝ່​ດ້ວຍຕົນ​ເອງ​ໄດ້​ເພີ່ມ​ທະວີ​ຂຶ້ນຢ່າງຈະ​ແຈ້ງ, ​ໂຄງການ​ການບິນ​ອະວະກາດ​ທີ່ສຳຄັນ​ໄດ້​ດຳ​ເນີນ​ມາ​ເປັນ​ຢ່າງ​ດີ ​ແລະ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ.

ປື້​ມປົກ​ຂາວ​ຍັງ​ລະບຸ​ອີກວ່າ: ​ໃນ 5 ປີຕໍ່​ໜ້າ​ນີ້, ຈີນ​ຈະ​ເລັ່ງບາດກ້າວ​ການ​ສ້າງສາ​ປະ​ເທດ​ໃຫຍ່​ດ້ານ​ການບິນ​ອະວະກາດ​ໃຫ້​ໄວ​ຂຶ້ນ, ຍົກ​ຂີດ​ຄວາມ​ສາມາດ​ພື້ນຖານ​ຂອງ​ອຸດ​ສາ​ຫະກຳ​ການບິນ​ອະວະກາດ​ໃຫ້​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ, ​ເລັ່ງບຸກທະລຸ​ເຕັກນິກ​ທີ່​ສຳຄັນ ​ແລະ ການຄົ້ນຄວ້າ​ເຕັກນິກ​ທີ່​ກ້າວໜ້າ​ທັນ​ສະ​ໄໝ, ຊຸກຍູ້​ວິທະຍາສາດອະວະກາດ, ​ເຕັກນິກ​ອະວະກາດ ​ແລະ ການ​ປະຍຸກ​ໃຊ້​ອະວະກາດ​ໃຫ້​ພັດທະນາ​ຢ່າງຮອບດ້ານ.

ປື້​ມປົກ​ຂາວ​ຊີ້​ໃຫ້​ເຫັນ​ອີກ​ວ່າ: ລັດຖະບານ​ຈີນ​ເຫັນ​ວ່າ, ການ​ຊອກ​ຄົ້ນ, ພັດທະນາ ​ແລະ ປະຍຸ​ກ​ໃຊ້​ອະວະກາດ​ຊັ້ນນອກ​ໃນ​ທາງ​ສັນຕິ ​ແລະ ດາວນອກ​ໂລກ ​ແມ່ນ​ສິດສະ​ເໝີ​ພາບ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ. ຂະນະ​ທີ່​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ອະວະກາດ​ຂອງ​ປະ​ເທດ​ຕ່າງໆ ຄວນ​ສ້າງຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ແລະ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ປະ​ເທດ​ຕ່າງໆ ​ກໍ​ຄື​ຕໍ່​ສັນຕິພາບ, ​ຄວາມ​ປອດ​ໄພ, ການ​ດຳລົງ​ຊີວິດ​ ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ