ຈີນ ​ແລະ 3 ປະ​ເທດ​ພ້ອມ​ສ້າງ​ແມ່​ນ້ຳຂອງ​ໃຫ້​ສະຫງົບ
2016-12-27 17:05:24  cri 

ວັນ​ທີ 27 ທັນວາ​ນີ້ ຢູ່ນະຄອນຫຼວງປັກ​ກິ່ງ, ທ່ານ​ເມີ້​ງຈ້ຽນຈູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ການ​ເມືອງ​ແລະ​ກົດໝາຍ​ສູນ​ກາງ ​ໄດ້​ພົບ​ປະ​ກັບ​ຫົວໜ້າ​ຄະນະ​ຜູ້​ແທນ​ປະ​ເທດ​ຕ່າງໆ ​​ໃນໂອກາດ​ເດີນທາງ​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງຕາມ​ລ່ອງ​ແມ່​ນ້ຳຂອງ​ຄົບຮອບ 5 ປີ​.

ທ່ານ​ເມີ້​ງຈ້ຽນຈູ້ ກ່າວ​ວ່າ: ນັບ​ແຕ່​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ຕາມ​ລ່ອງ​ແມ່​ນ້ຳຂອງ​​ເມື່ອ​​ເດືອນ​ຕຸລາປີ 2011 ​ເປັນຕົ້ນມາ, ຈີນ, ລາວ, ມຽນມາ ​ແລະ ​ໄທ ​ໄດ້​ຮ່ວມ​ມືກັນ​ມ້າງ​ຄະດີ "5 ຕຸລາ", ປະຕິບັດ​ກົດໝາຍ​ຮ່ວມ, ຮ່ວມ​ກັນ​ປາບ​ປາມອ​າຊະ​ຍາ​ກຳ​ຂ້າມ​ຊາດ, ​ປັກ​ປົກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ​ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ປະ​ເທດ​ຕ່າງໆ​ຈະ​ຍົກ​ລະດັບ​ການຮ່ວມ​ມື​ໃຫ້​ສູງ​ຂຶ້ນ​ເລື້ອຍໆ ​ແລະ​ສ້າງ​ແມ່​ນ້ຳຂອງ​ໃຫ້​ເປັນສາຍ​ນ້ຳ​​ສະຫງົບ, ​ສາມັກຄີ​ ແລະ ​ມິດຕະພາບ.

ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ແຕ່ລະ​ປະ​ເທດ ຕ່າງ​ກໍກ່າວ​ວ່າ ຍິນ​ດີ​ປະສານ​ງານ​ກັບ​ຈີນ​ຢ່າງ​ໜັກ​ແໜ້ນ ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຕາມ​ລ່ອງ​ແມ່​ນ້ຳຂອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ