ໄທເປີດ​​ເສັ້ນທາງ​ການບິນ​​ໂດຍ​ກົງເມືອງຮວງ​ຊ່ານ​ແຂວງ​ອ່ານ​ຮຸ່ຍຈີນ​-ບາງກອກ​
2016-12-27 17:40:00  cri 
ເວລາ 8 ​ໂມງ​ຂອງ​ວັນ​ທີ 26 ທັນ​ວາ​ນີ້, ຍົນ​ໂດຍສານ B737-400 ຂອງ​ບໍລິສັດ​ການບິນ NewGen ປະ​ເທດ​ໄທ​ໄດ້ລົງ​ຈອດ​ສະໜາມ​ບິນ​ສາກົນ​ທູນ​ຊີ່​​ເມືອງ​ຮວງ​ຊ່ານ​ແຂວງ​ອ່ານ​ຮຸ່ຍ​ຈີນ ເຊິ່ງເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ເສັ້ນທາງ​ການບິນ​ເໝົາ​ຍົນ​ບາງກອກ-ຮວງ​ຊ່ານ​ໄດ້​​​​ເລີ່​ມ​ບໍລິການ​ເປັນຄັ້ງ​ທຳ​ອິດ​ປະສົບ​ຜົນສຳ​ເລັດ.

ຜູ້​ຮັບຜິດຊອບອົງການທ່ອງ​ທ່ຽວ​ເມືອງ​ຮວງ​ຊ່ານ​ໃຫ້​ຮູ້​ວ່າ: ການ​ເປີດ​ເສັ້ນທາງ​ການບິນ​ເໝົາ​ຍົນ​ບາງ​ກອກ-ຮວງ​ຊ່ານ​ໂດຍກົງ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເພີ່ມ​ທະວີການອຳ​ນວຍຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ແລະ​ການທ່ອງທ່ຽວ​ລະຫວ່າງ​ສອງຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ