ຈີນ: ​ເນື້ອ​ໃນ​ຈິດ​​ໃຈ​ຂອງ "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ປີ 1992" ບໍ່​ໃຫ້​​ເອົາ​ເນື້ອ​ໃນ​ອື່ນ​ເຂົ້າ​ແທນ
2016-12-28 16:17:00  cri 

​ໃນພິທີ​ຖະ​ແຫຼ​ງ​ຂ່າວ​ທີ່ຈັດ​ຂຶ້ນ​ວັນ​ທີ 28 ທັນວາ​ນີ້ ທ່ານ​ອ່ານ​ເຟິ່ງຊານ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ​ເນື້ອ​ໃນ​ຈິດ​ໃຈ​ຂອງ "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ປີ 1992" ​​ເນັ້ນ​​ວ່າ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ລ້ວນ​ແຕ່​ຢູ່​ໃນ​ປະ​ເທດ​ຈີນ​ດຽວ. ບໍ່​ວ່າ​ຈະ​ອະທິບາຍ​ແນວ​ໃດ ກໍ​​ໃຫ້​ຢູ່​ໃນ​ຂອບ​ຂອງເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ ​ເຊິ່ງ​ເປັນ​ຈຸດ​​ໃຈກາງ​ທີ່ບໍ່​ມີ​ເນື້ອ​ໃນ​ໃດ​​ເຂົ້າ​ແທນ ​ໄດ້.

​ໃນ​​ໂອກາດຕອບ​ຄຳ​ຖາມ, ທ່ານ​ອ່ານ​ເຟິ່ງຊານ​ຍັງ​ກ່າວວ່າ, "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ປີ 1992" ​​ແມ່ນ​ພື້ນຖານ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຂະຫຍາຍຕົວ​ໂດຍ​ສັນຕິ, ຖ້າ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ມີ​ຄວາມ​ຈິງ​ໃຈ​ໃນ​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ແທ້, ກໍ​ຄວນ​ກັບ​ຄືນ​ສູ່​ພື້ນຖານ​ການ​ເມືອງ​ຮ່ວມ​ທີ່​ຍຶດໝັ້ນ "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ປີ 1992" ​ຢ່າງ​ຈະ​ແຈ້ງ​ໂດຍ​ບໍ່​ປິດ​ອຳ​ໃດໆ. ມີ​ແຕ່​ເຮັດ​ແນວ​ນີ້ ສອງ​ຝັ່ງ​ຈິ່ງ​ສາມາດ​ຕິດ​ຕໍ່​ພົວພັນ​ກັນ​ໄດ້, ການພົວພັນ​ລະຫວ່າງ​ສອງ​ຝັ່ງ​ຈິ່ງ​ຈະ​ສາມາດ​ປັບ​ປຸງ​ແລະ​ຂະຫຍາຍ​ໄປ​ໜ້າ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ