ຈີນ​ຈະ​ຄວບ​ຄຸມກຳລັງ​ຕິດຕັ້ງ​ເຄື່ອງ​ຈັກ​​ຜະລິດ​ໄຟຟ້າດ້ວຍ​ຖ່ານ​ຫີນບໍ່ໃຫ້​​ເກີນ 1 ຕື້ 100 ລ້ານ​ກິ​ໂລ​ວັດ​ເມື່ອຮອດ​ປີ 2020
2016-12-28 15:11:08  cri 

ທ່ານ​ນູ​ເອີ ບາຍ​ເຄລີ ຫົວໜ້າ​ກົມ​ພະລັງງານ​ແຫ່ງ​ຊາດ​ຈີນ ຢືນຢັນ​ໃນ​ວັນ​ທີ 27 ທັນວາ​ນີ້​ວ່າ: ຈີນ​ຈະ​ເລັ່ງປັບປຸງ, ຫັນປ່ຽນ​ ​ແລະ ຍົກ​ລະດັບໂຄງ​ປະກອບ​ໄຟຟ້າ​ຖ່ານ​ຫີນ ​ຫວັງຄວບຄຸມກຳລັງ​ຕິດຕັ້ງ​ບໍ່ໃຫ້​​ເກີນ 1 ຕື້ 100 ລ້ານ​ກິ​ໂລ​ວັດ​ເມື່ອຮອດ​ປີ 2020.

ທ່ານ​ບາຍ​ເຄລີ ກ່າວ​ຕື່ມ​ວ່າ: ​ໃນ​ບາດກ້າວ​ຕໍ່​ໄປ, ຈີນ​ຈະ​ຖື​ເອົາ​ການຍົກອັດຕາ​ພະລັງງານ​​ສະອາດ​ໃຫ້​ສູງ​ຂຶ້ນ ​ແລະ ພັດທະນາ​ອຸດສາຫະກຳ​ຮູບ​ແບບ​ໃໝ່ ​ເປັນ​ຈຸດ​ສຳຄັນ ​ພ້ອມ​ທັງ​ຊຸກຍູ້​ການ​ພັດທະນາ​ພະລັງງານ​ໃຫ້​ກ້າວ​ໄປ​ສູ່​ຄວາມ​ດຸນ​ດ່ຽງ​​ລະຫວ່າງ​ການ​ສະໜອງ​ກັບ​ຄວາມ​ຕ້ອງການ ກໍ​ຄືຈະສຸມ​ໃສ່​ພັດທະນາ​ພະລັງງານ​ໄຟຟ້າ​ທົດ​ແທນ​ໃນການທຳ​ຄວາມອຸ່ນຢູ່​ເຂດ​ຊຸມ​ຊົນ, ການ​ຄົມມະນາຄົມ-ຂົນ​ສົ່ງ ​ແລະ​ອື່ນໆ ​ແລະ​ຊຸກຍູ້​ການ​ປັບປຸງ​ກົນ​ໄກ​ກຳນົດ​ລາຄາ​ໄຟຟ້າ​ຕາມ​ໄລຍະ​ຊົມໃຊ້​ໄຟຟ້າ​ຫຼາຍ​ແລະ​ໜ້ອຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ