ກອງປະຊຸມລະດັບລັດຖະມົນຕີກ່ຽວກັບການສ້າງກົນໄກການຮ່ວມມືການປະຕິບັດກົດໝາຍແລະຄວາມໝັ້ນຄົງລ່ອງແມ່ນ້ຳຂອງຄົບຮອບ 5 ປີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 27 ທັນວານີ້ ໂດຍທ່ານໂກ່ເຊິ່ງຄຸ່ນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ທ່ານສົມແກ້ວ ສີພາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ລັດຖະມົນຕີກະຊວງທີ່ກ່ຽວຂ້ອງຂອງມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ ເຂົ້າຮ່ວມ.
ທ່ານໂກ່ເຊິ່ງຄຸ່ນ ໄດ້ກ່າວປາໄສໃນກອງປະຊຸມ ວ່າ: ນັບແຕ່ຈີນ, ລາວ, ມຽນມາ ແລະ ໄທສ້າງກົນໄກການຮ່ວມມືການປະຕິບັດກົດໝາຍແລະຄວາມໝັ້ນຄົງຕາມລ່ອງແມ່ນ້ຳຂອງຂຶ້ນເມື່ອປີ 2011 ເປັນຕົ້ນມາເຖິງປັດຈຸບັນ ໄດ້ເຮັດໃຫ້ເຂດລ່ອງແມ່ນ້ຳຂອງໄດ້ຮັບການພັດທະນາຈະເລີນ ແລະ ປະຊາຊົນຢູ່ຕາມສອງຝັ່ງແມ່ນ້ຳນັບມື້ພໍໃຈຫຼາຍຂຶ້ນ. ທັງນີ້ຕະຫຼອດໄລຍະ 5 ປີແມ່ນໄລຍະທີ່ບັນດາຝ່າຍມີຂີດຄວາມສາມາດປະຕິບັດກົດໝາຍສູງຂຶ້ນ, ການປະຕິບັດກົດໝາຍ, ຄວາມໝັ້ນຄົງແລະຄວາມໄວ້ເນື້ອເຊື່ອໃຈກັນກໍໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ກາຍເປັນແບບຢ່າງແລະຜົນສຳເລັດຂອງປະເທດຕ່າງໆໃນການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງໃນພາກພື້ນ.
ທ່ານໂກ່ເຊິ່ງຄຸ່ນ ຊີ້ໃຫ້ເຫັນວ່າ: ໃນຕໍ່ໜ້າ, ຈີນຍິນດີສຸມທຸກຄວາມພະຍາຍາມຮ່ວມກັບຝ່າຍຕ່າງໆ ແລະຖືເອົາການສ້າງ "ແມ່ນ້ຳຂອງທີ່ສະຫງົບ" ເປັນເປົ້າໝາຍແຫ່ງການພັດທະນາກົນໄກດັ່ງກ່າວ, ຮ່ວມກັນສ້າງສູນຮ່ວມມືການປະຕິບັດກົດໝາຍແລະຄວາມໝັ້ນຄົງສັງລວມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການຮ່ວມມືປະຕິບັດກົດໝາຍແລະຄວາມໝັ້ນຄົງຕາມລ່ອງແມ່ນ້ຳຂອງໃຫ້ພັດທະນາເຂົ້າສູ່ລວງເລິກແລະຮອບດ້ານກວ່າເກົ່າໃນ 5 ປີຕໍ່ໜ້າ ເພື່ອປະກອບສ່ວນໃຫຍ່ຫຼວງກວ່າເກົ່າເຂົ້າໃນຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.
ກອງປະຊຸມໄດ້ຮັບຮອງເອົາ "ຖະແຫຼງການກອງປະຊຸມລະດັບລັດຖະມົນຕີການສ້າງກົນໄກການຮ່ວມມືການປະຕິບັດກົດໝາຍແລະຄວາມໝັ້ນຄົງຕາມລ່ອງແມ່ນ້ຳຂອງຄົບຮອບ 5 ປີ.